ໃນວັນທີ 7 ມິຖຸນາ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ຂອງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸຸມ ລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫລີມສະຫລອງຄົບຮອບ 30 ປີ ການພົວພັນຮ່ວມມື ອາຊຽນ-ຈີນ ທີ່ເມືອງຊົງຊິງ, ສປ.ຈີນ, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຫວາງອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ. ຈີນ ແລະ ທ່ານ Teodoro Locsin, ລັດຖະມົນຕີ ຕ່າງປະເທດຂອງ ຟິລິບປິນ. ນອກຈາກນີ້, ຍັງມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ທ່ານເລຂາທິການໃຫຍ່ອາ ຊຽນ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຕີລາຄາຄືນບັນດາໝາກຜົນແຫ່ງການຮ່ວມມືອາຊຽນ-ຈີນ ທີ່ເປັນຮູບປະທໍາໃນໄລຍະ 30 ປີຜ່ານມາ, ເຊິ່ງກວມເອົາສາມເສົາຄ້ຳການສ້າງປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ), ພ້ອມທັງຮ່ວມກັນກໍານົດທິດທາງການຮ່ວມມືໃນຕໍ່ໜ້າ, ເຊິ່ງ 2 ຝ່າຍເຫັນດີຈະສືບຕໍ່ຮ່ວມມືກັນ ໃນບາງຂະແໜງການບູລິມະສິດທີ່ປະກອບດ້ວຍ ແຜນການຮ່ວມມືໄລຍະສັ້ນ ແລະ ໄລຍະຍາວ. ສໍາລັບການຮ່ວມມືໃນໄລຍະສັ້ນ ຫລື ຮີບດ່ວນ, ອາຊຽນ ແລະ ຈີນ ຈະສຸມໃສ່ຮັດແໜ້ນການຮ່ວມມື ໃນການຮັບມືກັບພະຍາດໂຄວິດ-19 ແລະ ສິ່ງທ້າທາຍຫລັງການລະບາດຂອງພະຍາດໂຄວິດ-19, ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີເປັນຕົ້ນການຄົ້ນຄວ້າ-ພັດທະນາ(R&D) ຢາວັກແຊັງຕ້ານພະຍາດໂຄວິດ-19 ແລະ ການສະໜອງຢາວັກແຊັງ ຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ຫລື ໂຄແວັກ(COVAX) ແລະ ການຟື້ນຟູເສດຖະກິດຮອບດ້ານຫລັງໂຄວິດ-19 ໂດຍເນັ້ນໃສ່ ການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານ ຂອງ ອາຊຽນ ແລະ ການສະໜັບສະໜູນຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດດຳເນີນທຸລະກິດ-ການຄ້າ ທາງເອເລັກໂຕຣນິກຮ່ວມກັນໄດ້. ສໍາລັບການຮ່ວມມືໃນໄລຍະຍາວ, ອາຊຽນ ແລະ ຈີນ ຈະສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025 (MPAC 2025); ການຈັດຕັ້ງປະຕິບັດແຜນປະຕິບັດງານການເຊື່ອມໂຍງອາຊຽນ ສະບັບທີ 4 (2021-2025); ການຈັດຕັ້ງປະຕິບັດເຂດການຄ້າເສລີອາຊຽນ-ຈີນ ແລະ ສັນຍາການຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ຫລື RCEP; ແລະ ການສົ່ງເສີມການຮ່ວມມືອະນຸພາກພື້ນ ໂດຍສະເພາະຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ນອກນີ້, ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ ການສົ່ງເສີມການພົວພັນຮ່ວມມືທີ່ສ້າງສັນ ລະຫວ່າງ ບັນດາປະເທດມະຫາອໍານາດ ແລະ ອື່ນໆ.

ໃນກອງປະຊຸມຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອອັນລໍ້າຄ່າ ຂອງ ສປ.ຈີນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫລືອທາງດ້ານເຕັກນິກ-ວິຊາການ ແລະ ການສະໜອງທຶນຊ່ວຍເຫລືອ ເພື່ອຮັບມື ແລະ ແກ້ໄຂ ການແຜ່ລະບາດຂອງພະ ຍາດໂຄວິດ-19 ຢູ່ ສປປ ລາວ; ພິເສດ, ແມ່ນການຊ່ວຍເຫລືອໃນການສະໜອງວັກແຊັງຕ້ານໂຄວິດ-19 ທັງຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ. ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ສະເໜີໃຫ້ກອງປະຊຸມ ພິຈາລະນາ ບາງຂົງເຂດບູລິມະສິດການຮ່ວມມືອາຊຽນ-ຈີນ ໃນໄລຍະຕໍ່ໜ້າ ເຊັ່ນ: ຂະແໜງສາທາລະນະສຸກ ໂດຍສະເພາະ ການສະໜັບສະໜູນ ການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານຂອງອາຊຽນ; ການສະໜັບສະໜູນການເຊື່ອມຈອດອາຊຽນ ແລະ ແຜນແມ່ບົດການເຊື່ອມຈອດອາຊຽນ 2025; ການຮັດແຄບຄວາມແຕກໂຕນດ້ານການພັດທະນາ; ການພັດທະນາຊັບພະຍາກອນມະນຸດ ແລະ ການຖ່າຍທອດບົດຮຽນ ແລະ ປະສົບການໃນວຽກງານການຫລຸດຜ່ອນຄວາມທຸກຍາກ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລືການກະ ກຽມດ້ານເນື້ອໃນ ແລະ ພິທີການໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ (PMC) ໃນເດືອນສິງຫາ 2021 ແລະ ກອງປະຊຸມສຸດຍອດຜູ້ນໍາອາຊຽນ-ຈີນ ໃນເດືອນຕຸລາ 2021.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍ ກັບທ່ານ ບຸຍ ແທັງ ເຊີນ, ລັດຖະມົນຕີຕ່າງ ປະເທດ ຂອງ ສສ.ຫວຽດນາມ, ເຊິ່ງສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ກໍຄືທິດທາງການຮ່ວມມືໃນຕໍ່ໜ້າ, ໂດຍສະເພາະ ການຮ່ວມມືທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ. ໃນການພົບປະສອງຝ່າຍຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ລັດຖະບານ ສສ.ຫວຽດນາມ ທີ່ໄດ້ສົ່ງທີມແພດ ແລະ ມອບອຸປະກອນການແພດໃຫ້ແກ່ ສປປ ລາວ ເພື່ອຊ່ວຍໃນການຮັບມືກັບພະຍາດໂຄວິດ-19.
ຂປລ