ໃນວັນທີ 4 ພຶດສະພາ 2021 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 595/ຫສນຍ ເລື່ອງ: ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະ ກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນໄລຍະ ວັນທີ 5-19 ມິຖຸນາ 2021.

ອີງຕາມແຈ້ງການສະບັບເລກທີ 595 /ຫສນຍ ລົງວັນທີ 4 ມິຖຸນາ 2021 ກໍານົດ 12 ມາດຕະ ການຜ່ອນຜັນ, ສຳລັບຂໍ້ 9. ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນໄດ້ປົກກະຕິ. ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ ລະຫວ່າງ ແຂວງຕໍ່ແຂວງ ທີ່ບໍ່ມີການລະບາດໃນຊຸມຊົນໄດ້ໂດຍບໍ່ໃຫ້ກັກໂຕ, ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫລື ເຈລລ້າງມືຄັກແນ່.
ອະນຸຍາດການຂົນສົ່ງໂດຍສານທາງບົກ ແລະ ທາງອາກາດ ລະຫວ່າງນະຄອນຫລວງວຽງຈັນ ກັບບັນດາແຂວງທົ່ວປະເທດ ສຳລັບຜູ້ໂດຍສານທີ່ສັກວັກແຊງ ຄົບ 02 ເຂັມໄດ້ 01 ເດືອນຂຶ້ນໄປ ໂດຍບໍ່ໃຫ້ມີການກັກໂຕ 14 ວັນ, ແຕ່ພະນັກງານສາຍການບິນ, ພະນັກງານລົດຂົນສົ່ງ ຕ້ອງມີຄວາມຮັບຜິດ ຊອບໃນການແທກອຸນຫະພຸມ, ກວດກາການໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫລື ເຈລລ້າງມື. ອະນຸຍາດໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າ ເຂົ້າ-ອອກລະຫວ່າງແຂວງຕໍ່ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ບໍ່ຈຳເປັນຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດCOVID-19 ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງ 14 ວັນ, ແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.
ສຳລັບການຂົນສົ່ງສີນຄ້າລະຫວ່າງປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງ ປະຕິບັດເປັນເອກະພາບ ຕາມຄຳແນະນຳ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳ ຂອງກະຊວງໂຍທາທິການ ແລະ ຂົນ ສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.
ແຫຼ່ງຂ່າວຈາກ: ຂປລ