ຄຳມ່ວນ Lock down ແລ້ວ ແຕ່ວັນທີ 25 ເມສາ ເຖິງ 10 ພຶດສະພາ 2021

ດ່ວນ ໃນວັນທີ 25 ເມສາ 2021 ແຂວງຄຳມ່ວນ ອອກຄຳສັ່ງ ເລກທີ 02/ຈຂ.ຄມ. ວ່າດ້ວຍ ການສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19
ເຈົ້າແຂວງໆຄຳມ່ວນ ອອກຄໍາສັ່ງ:
1). ໃຫ້ປີດການເດີນທາງ ເຂົ້າ-ອອກ ແຂວງຄໍາມ່ວນ (Lock down) ນັບແຕ່ວັນທີ 25 ເມສາ ຫາ 10 ພຶດສະພາ 2021, ຍົກເວັ້ນຜູ້ທີ່ມີພູມລໍາເນົາ ແລະ ເຮັດວຽກປະຈຳຢູ່ແຂວງຄຳມ່ວນ ຫຼື ຜູ້ທີ່ໄດ້ຮັບອະນຸຍາດຈາກການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ.
2). ໃຫ້ພະແນກການ, ອົງການທຽບເທົ່າ, ບັນດາເມືອງ, ວິສາຫະກິດ ລັດ ແລະ ເອກະຊົນ ໃນທົ່ວແຂວງຫຼຸດຜ່ອນຈຳນວນພະນັກງານ ແລະ ຈັດຕັ້ງລະບົບຜັດປ່ຽນກັນມາປະຈໍາການໃນແຕ່ລະວັນ ຕາມຄວາມເໝາະສົມ; ຍົກເວັ້ນທະຫານ, ຕຳຫຼວດ, ເຈົ້າໜ້າທີ່ດັບເພີງ, ການບໍລິການໄຟຟ້າ, ນ້ຳປະປາ, ຈັດເກັບຂີ້ເຫຍື້ອ, ທະນາຄານ, ການສື່ສານ, ຂົນສົ່ງສິນຄ້າຈຳເປັນ, ພະນັກງານສາທາລະນະສຸກ, ແພດ-ໝໍ ຜູ້ທີ່ໄດ້ຮັບການມອບໝາຍໃຫ້ໄປປະຈຳການ, ສ່ວນຜູ້ທີ່ບໍ່ໄດ້ມາປະຈໍາການ ແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນເປັນປົກກະຕິຢູ່ເຮືອນ ຫຼື ທີ່ພັກອາໄສ ໂດຍຜ່ານລະບົບສື່ສານອີເລັກໂຕຣນິກ ແລະ ເຄືອຄ່າຍອິນເຕີເນັດ ເຊັ່ນ: ຄອມພິວເຕີ, ໂທລະສັບ, ອີເມລ, ລະບົບກອງປະຊຸມທາງໄກ ແລະ ອື່ນໆ.


3). ຫ້າມພະນັກງານ, ລັດຖະກອນ, ປະຊາຊົນ, ຜູ້ປະກອບການ, ຊາວຕ່າງດ້າວ, ຜູ້ທີ່ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ອາໃສ ຫຼື ເຮັດວຽກຢູ່ແຂວງຄຳມ່ວນ ອອກຈາກເຮືອນ ຫຼື ທີ່ພັກອາໃສຂອງຕົນ, ຍົກເວັ້ນກໍລະນີທີ່ຈຳເປັນ ເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງໝໍ, ໄປປະຕິບັດໜ້າທີ່ ຕາມການມອບໝາຍດັ່ງທີ່ໄດ້ກຳນົດໄວ້ໃນຂໍ້ທີ 2 ຂອງແຈ້ງການສະບັບນີ້, ສ່ວນຜູ້ທີ່ຈຳເປັນຕ້ອງໄປທໍາການຜະລິດກະສິກໍາ ເພື່ອເປັນສະບຽງອາຫານສາມາດໄປໄດ້ ແຕ່ໃຫ້ການຈັດຕັ້ງກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານ ຕິດຕາມ, ກວດກາ, ຄຸ້ມຄອງດ້ານຈຳນວນ ແລະ ຂອບເຂດການເຄື່ອນໄຫວ ຢ່າງເຂັ້ມງວດ.
4). ຫ້າມຈັດປະຊຸມ, ໂຮມຊຸມນຸມ, ກິດຈະກໍາທາງສາສະໜາ, ງານບຸນປະເພນີ, ງານດອງ ແລະ ງານລ້ຽງສ້າງສັນຕ່າງໆ ຢ່າງເດັດຂາດ; ກໍລະນີຈຳເປັນຕ້ອງຈັດກິດຈະກຳ ເຊັ່ນ: ງານສົບ, ສົ່ງສະການ ແມ່ນໃຫ້ປະຕິບັດມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເຊັ່ນ: ແທກອຸນຫະພູມ, ຮັກສາໄລຍະຫ່າງທາງສັງຄົມຢ່າງໜ້ອຍ 1 ແມັດ, ໃສ່ຜ້າປິດປາກ-ດັງ, ລ້າງມືໃສ່ສະບູ ຫຼື ຢາຂ້າເຊື້ອຢ່າງເຂັ້ມງວດ, ມອບໃຫ້ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບແຂວງ, ເມືອງ ແລະ ບ້ານ ຕິດຕາມ, ກວດກາ ແລະ ລາດຕະເວນ ຖ້າມີການລະເມີດໃຫ້ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.


5). ໃຫ້ສືບຕໍ່ປີດ ຮ້ານບັນເທີງ, ຮ້ານຄະຣາໂອເກະ, ຮ້ານບໍລິການກິນດື່ມ, ຮ້ານອິນເຕີເນັດ, ຮ້ານບໍລິການອົບນວດ, ຮ້ານເສີມສວຍ, ສວນນ້ຳ, ສະຖານທີ່ອອກກໍາລັງກາຍ, ສະຖານທີ່ຫຼິ້ນກິລາ ກາງແຈ້ງ ແລະ ໃນຮົ່ມ, ຮ້ານສະນຸກເກີ້, ສັງວຽນຕີໄກ່, ຕະຫຼາດກາງຄືນ ແລະ ປິດສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆ; ໃຫ້ພະແນກການ, ອົງການກ່ຽວຂ້ອງ ແລະ ເມືອງ ເປັນເຈົ້າການແນະນໍາ, ຕິດຕາມ, ກວດກາ ກໍລະນີມີການລະເມີດໃຫ້ປະຕິບັດມາດຕະການຢ່າງເຂັ້ມງວດ. ຕະຫຼາດກາງເວັນ, ຮ້ານຂາຍເຄື່ອງອຸປະໂພກ-ບໍລິໂພກ, ຮ້ານຂາຍເຄື່ອງກໍ່ສ້າງ ໃຫ້ສືບຕໍ່ເປີດບໍລິການ;
ສໍາລັບໂຮງແຮມ, ເຮືອນພັກ ໃຫ້ເປີດສະເພາະການໃຫ້ບໍລິການທີ່ພັກ ແລະ ຮ້ານອາຫານ ເທົ່ານັ້ນ ແຕ່ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ພ້ອມທັງໃຫ້ຈັດຕັ້ງການຜັດປ່ຽນກັນມາເຮັດວຽກ ເພື່ອຫຼຸດຜ່ອນຄວາມແອອັດ.ສຳລັບຮ້ານອາຫານ ແລະ ຮ້ານກາເຟ ແມ່ນອະນຸຍາດໃຫ້ເປີດບໍລິການ ແຕ່ໃຫ້ຊື້ກັບເຮືອນເທົ່ານັ້ນ ແຕ່ການບໍລິການບໍ່ໃຫ້ກາຍເວລາ 21:00 ໂມງ.


6). ໃຫ້ພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ, ຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນທ້ອງຕະຫຼາດ ເພື່ອບໍ່ໃຫ້ມີການສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ເກີນລາຄາປົກກະຕິ ເປັນຕົ້ນ ແມ່ນສະບຽງອາຫານ ແລະ ເຄື່ອງອຸປະກອນການແພດ ເຊັ່ນ: ຜ້າປິດປາກ-ດັງ, ເຈວລ້າງມື, ນ້ຳຢາຂ້າເຊື້ອ, ຢາປິ່ນປົວພະຍາດ ແລະ ອື່ນໆ ຖ້າຫາກມີຜູ້ລະເມີດ ໃຫ້ດຳເນີນມາດຕະການປັບໄໝ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.
7). ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ໃນຮູບແບບໃດໜຶ່ງ ຜ່ານສື່ຕ່າງໆ ຊຶ່ງເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບໃນທາງລົບຕໍ່ສັງຄົມ.
8). ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ສົມທົບກັບຕຳຫຼວດກຸ່ມບ້ານ, ກອງຫຼອນບ້ານຄຸ້ມຄອງເຮືອທີ່ໄດ້ເຕົ້າໂຮມໄວ້ແຕ່ລະບ້ານນັ້ນ ຢ່າງເຂັ້ມງວດ.
9). ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຕັ້ງຈຸດກວດກາຕາມຈຸດຕ່າງໆ ເຂົ້າ-ອອກເມືອງ, ພ້ອມທັງຊີ້ນຳກອງບັນຊາການປ້ອງກັນຄວາສະຫງົບເມືອງ, ຕຳຫຼວດກຸ່ມບ້ານ, ປ້ອງກັນຄວາມສະຫງົບບ້ານ ແລະ ກອງຫຼອນບ້ານ ຕັ້ງຈຸດກວດກາ ເຂົ້າ-ອອກ ຂອງເມືອງ ແລະ ບ້ານຕໍ່ບ້ານ ຢ່າງເຂັ້ມງວດ. ໃນກໍລະນີພົບ ເຫັນບຸກຄົນໃດລະເມີດ ໃຫ້ເຈົ້າໜ້າທີ່ ດຳເນີນມາດຕະ ການຕາມລະບຽບກົດໝາຍຢ່າງເຂັ້ມງວດ.
10). ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບຂັ້ນແຂວງ, ຂັ້ນເມືອງ ຈັດພາຫະນະ ຕິດຕັ້ງເຄື່ອງສຽງເຄື່ອນໄຫວໂຄສະນາເຜີຍແຜ່ ໃຫ້ປະຊາຊົນໃນທົ່ວສັງຄົມຮັບຮູ້, ເຂົ້າໃຈ ເຖິງໄພອັນຕະລາຍຂອງພະຍາດໂຄວິດ-19 ພ້ອມທັງໃຫ້ມີສະຕິລະວັງຕົວ ແລະ ປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ດ້ວຍຕົນເອງ.
11). ໃຫ້ຫົວໜ້າພະແນກການ, ຫົວໜ້າອົງການທຽບເທົ່າ, ເຈົ້າເມືອງ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ, ພໍ່ຄ້າຊາວຂາຍ, ຜູ້ປະກອບການ, ນັກບວດ, ນັກຮຽນ, ນັກສຶກສາ, ຊາວຕ່າງດ້າວ, ຊາວຕ່າງປະເທດ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງຄຳມ່ວນ ປະຕິບັດຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ, ກໍລະນີມີການລະເມີດໃຫ້ເຈົ້າໜ້າທີ່ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.
12). ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ, ຖ້າມີການປ່ຽນແປງຈະແຈ້ງໃຫ້ຊາບຕື່ມ.

Comments