ສຳນັກຂ່າວ ຊິນຮວາຂອງ ຈີນ ລາຍງານວ່າ: ນັບແຕ່ ວັນທີ 31 ມີນາ ເປັນຕົ້ນໄປ ກ້ອງໂທລະພາບ ວິທະຍຸຟາສ (FAST) ຫລື ດວງຕາສະຫວັນຂອງ ຈີນ ທີ່ມີເສັ້ນຜ່ານສູນກາງ ເຖິງ 500 ແມັດ ໄດ້ເລີ່ມເປີດໃຫ້ນັກດາລາສາດທົ່ວໂລກຍື່ນໃບສະເໜີຂໍໄປໃຊ້ງານໄດ້ແລ້ວ. ຈີນຈະພິຈາລະນາ ບັນດາໃບສະເໜີຈາກຕ່າງປະເທດ ແລະ ຈະປະກາດຜົນການພິຈາລະນາ ໃນວັນທີ 20 ກໍລະກົດນີ້ ຫລັງຈາກນັ້ນ ຈະເປີດໃຫ້ໃຊ້ກ້ອງໂທລະພາບວິທະຍາຟາສດຳເນີນການສັງເກດໄດ້ ໃນເດືອນສິງຫາ.

ກ້ອງໂທລະພາບວິທະຍຸຟາສ ຫລື ດວງຕາສະຫວັນຂອງ ຈີນ ເປັນກ້ອງໂທລະພາບວິທະຍຸ ຂະໜາດໃຫຍ່ທີ່ສຸດ ແລະ ໄວທີ່ສຸດຂອງໂລກໃນປັດຈຸບັນ, ສາມາດຮັບສັນຍານແມ່ເຫລັກໄຟຟ້າ ທີ່ຫ່າງໄກເຖິງ 10.000 ລ້ານປີແສງ. ຫລັງຈາກໄດ້ເປີດໃຫ້ບໍລິການພາຍໃນປະເທດ ເມື່ອເດືອນ ມັງກອນປີ 2020 ເປັນຕົ້ນມາ, ກ້ອງໂທລະພາບວິທະຍຸຟາສ ເປັນເຄື່ອງອຸປະກອນ ຂັ້ນພື້ນຖານ ທາງວິທະຍາສາດ ແລະ ເຕັກໂນໂລຊີທີ່ຈີນວິໄຈພັດທະນາ ແລະ ຖືຄອງຊັບສິນທາງປັນຍານັ້ນ ໄດ້ດຳເນີນງານຢ່າງໝັ້ນຄົງ, ຄົ້ນພົບແຫລ່ງພະລັງງານແມ່ເຫລັກຫລາຍກວ່າ 300 ແຫ່ງ ແລະ ໄດ້ຮັບຜົນງານສຳຄັນໃນການວິໄຈທາງດາລາສາດອີກດ້ວຍ.