ອາຊຽນຕັ້ງເປົ້າໝາຍຟື້ນຟູເສດຖະກິດສູ່ລະດັບກ່ອນເກີດວິກິດໂຄວິດ-19

ປີ 2021 ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຕັ້ງເປົ້າໝາຍການຟື້ນຟູເສດຖະກິດສູ່ລະດັບກ່ອນເກີດວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຖ່ວງດຶງໃຫ້ເສດຖະກິດຖົດຖອຍລົງເປັນປະຫວັດສາດ ຊຶ່ງມີຫຼາຍປັດໄຈອາດຈະເຮັດໃຫ້ເສດຖະກິດຟື້ນຟູໄດ້ ແຕ່ກໍຍັງມີຄວາມສ່ຽງຢູ່ຫຼາຍເຊັ່ນດຽວກັນ. ອີງຕາມການລາຍງານຂອງເວບໄຊແຊນແນວນິວອາຊີ ໄດ້ເຜີຍແຜ່ບົດລາຍງານຂອງກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ ຊຶ່ງໄດ້ຄາດຄະເນໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ປະຈຳປີ 2021 ຢູ່ໃນລະດັບ 4%-6%. ເສດຖະກິດພາຍໃນປະເທດປີ 2020 ຫຼຸດລົງ 5,4% ດີ ກວ່າທີ່ເຄີຍຄາດຄະເນໄວ້ໃນລະດັບ -5,8% ແລະ ເໜືອກວ່າການຄາດຄະເນຂອງລັດຖະບານ -6% ເຖິງ -6,5% ຖືວ່າເປັນປີທີ່ເສດຖະກິດສິງກະໂປ ຫຼຸດລົງເປັນຄັ້ງທຳອິດ ນັບຕັ້ງແຕ່ປີ 2001 ແລະ ຖົດຖອຍໜັກທີ່ສຸດ ນັບຕັ້ງແຕ່ປະກາດເອກະລາດ. ເມື່ອກາງເດືອນກຸມພາທີ່ຜ່ານມາ, ທ່ານ ລີຊຽນລຸງ ນາຍົກລັດຖະມົນຕີສິງກະໂປ ກ່າວວ່າ: ເສດຖະກິດສິງກະໂປ ຈຳນວນຫຼາຍຈະປັບຕົວດີຂຶ້ນໃນປີ 2021, ແຕ່ບາງພາກສ່ວນເຊັ່ນ: ການຂົນສົ່ງ, ການທ່ອງທ່ຽວ ແລະ ການບິນອາດ ຈະຕ້ອງໃຊ້ເວລາດົນກວ່ານີ້. ເວບໄຊນິກເຄອິລາຍງານວ່າ: ສິງກະໂປ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ໄວ້ໄດ້ເປັນສ່ວນໃຫຍ່ ອີກທັງຍັງຕັ້ງເປົ້າໝາຍສີດວັກຊິນໃຫ້ແກ່ຜູ້ໃຫຍ່ທຸກຄົນພາຍໃນເດືອນກັນຍາປີນີ້.

เศรษฐกิจอาเซียน" รวมข่าวเกี่ยวกับ "เศรษฐกิจอาเซียน" เรื่องราวของ" เศรษฐกิจอาเซียน"

ການສົ່ງອອກສິນຄ້າເອເລັກໂຕຣນິກເພີ່ມຂຶ້ນ ເມື່ອບໍ່ດົນມານີ້ຖືວ່າ: ເປັນອີກໜຶ່ງສັນຍານບວກ. ເຖິງແມ່ນວ່າຂໍ້ຈຳກັດການເດີນທາງທີ່ບັງຄັບໃຊ້ມາດຕະການມາດົນນານຍັງຄົງສົ່ງຜົນຕໍ່ເສດຖະກິດ. ທ່າອ່ຽງເສດຖະກິດສິງກະໂປ ຊີ້ໃຫ້ເຫັນວ່າ: ເປັນພາບຈໍາລອງເສດຖະກິດໃນພາກພື້ນ. ຂະນະດຽວກັນ, ການສົ່ງອອກສິນຄ້າອຸປະໂພກ-ບໍລິໂພກ ທີ່ກຳລັງໄປໄດ້ດີ ແລະ ຄວາມສຳເລັດໃນການສີດວັກຊິນ ແມ່ນມີຄວາມສຳຄັນຕໍ່ການຟື້ນຟູກິດຈະກຳທາງດ້ານເສດຖະກິດ ລວມທັງການທ່ອງທ່ຽວ ຊຶ່ງເປັນອຸດສາຫະກຳສຳຄັນຂອງຫຼາຍປະເທດໃນອາຊຽນດ້ວຍ. ສຳລັບທັດສະນະຂອງຜູ້ກຳນົດນະໂຍບາຍ ແລະ ນັກວິເຄາະທົ່ວພາກພື້ນຕ່າງໆມີຄວາມຫວັງຄວບຄູ່ກັບຄວາມລະມັດລະວັງວ່າ ອາດຈະມີຂໍ້ຜິດພາດເກີດຂຶ້ນ. ຂະນະດຽວກັນ, ອິນໂດເນເຊຍ ຄາດຄະເນວ່າ: GDP ໃນປີ 2021 ຈະຂະຫຍາຍຕົວລະຫວ່າງ 4,5%-5,5% ຈາກທີ່ເຄີຍຫຼຸດລົງ 2,1% ໃນປີ 2020. ເມື່ອບໍ່ດົນມານີ້, ອິນໂດເນເຊຍ ໄດ້ເລີ່ມສີດວັກຊິນໃຫ້ກັບປະຊາຊົນໄປແລ້ວຈຳນວນຫຼາຍ ໂດຍຕັ້ງເປົ້າໝາຍຈະສີດວັກຊິນໃຫ້ໄດ້ 181 ລ້ານຄົນ ຫຼື 70% ຂອງປະຊາກອນພາຍໃນເດືອນ ມີນາ 2022 ຊຶ່ງຈະຊ່ວຍໜູນຄວາມຕ້ອງການພາຍໃນປະເທດ ທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເຖິງ 1,2 ລ້ານຄົນ ຊຶ່ງຫຼາຍທີ່ສຸດໃນອາຊຽນ. ເຖິງຢ່າງໃດກໍຕາມ, ການສີດວັກຊິນໜ້າຈະພົບກັບອຸປະສັກດ້ານໂລຈິສຕິກ ໂດຍສະເພາະໃນປະເທດທີ່ມີໝູ່ເກາະຫຼາຍ ໂດຍສະເພາະ ອິນໂດເນເຊຍ ອີກທັງອັດຕາປະສິດທິພາບອາດຈະແຕກຕ່າງກັນ ຊຶ່ງຂຶ້ນຢູ່ກັບວ່າວັກຊິນຊະນິດໃດ. ທະນາຄານຢູໄນເຕັດໂອເວີຊິສຂອງສິງກະໂປ ໄດ້ລາຍງານວ່າ: ໃນສະຖານະການຮ້າຍແຮງທີ່ປະສິດທິຜົນຂອງວັກຊິນພຽງແຕ່ 50% ສີດໃຫ້ປະຊາກອນ 35% GDP ອິນໂດເນເຊຍ ໃນປີນີ້ອາດຈະເຕີບໂຕບໍ່ເກີນ 2%. ພ້ອມກັນນີ້, ຟີລິບປິນ ກໍມີສະຖານະການຄ້າຍຄືກັນ ຊຶ່ງໄດ້ຄາດຄະເນວ່າ: ປີນີ້ເສດຖະກິດຈະຂະຫຍາຍຕົວ 6,5%-7,5% ເມື່ອທຽບກັບປີ 2020 ທີ່ຜ່ານມາ ທີ່ເສດຖະກິດຫຼຸດລົງ 9,5%, ແຕ່ປີນີ້ກັບມາເປັນບວກ ເພາະກິດຈະກຳທາງດ້ານທຸລະກິດກັບມາເລີ່ມດີຂຶ້ນອີກຄັ້ງ ປະກອບກັບການເລີ່ມສີດວັກຊິນ. ສໍາລັບ ມາເລເຊຍ ຍັງຢູ່ພາຍໃຕ້ການປະກາດສະຖານະການສຸກເສີນ, ເມື່ອບໍ່ດົນມານີ້, ທະນາຄານກາງຂອງມາເລເຊຍ ໄດ້ອອກຖະແຫຼງການ GDP ປີ 2020 ຫຼຸດລົງ 5,6% ໂດຍບໍ່ໄດ້ເປີດເຜີຍເປົ້າ ໝາຍ GDP ປະຈຳປີ 2021 ຖືວ່າເປັນໂຕເລກເສດຖະກິດທີ່ຮ້າຍແຮງທີ່ສຸດ ນັບຕັ້ງແຕ່ເກີດວິກິດການເງິນອາຊີໃນປີ 1998. ທະນາຄານກາງມາເລເຊຍ ລະບຸວ່າ: ໃນປີ 2021 ເສດຖະກິດຈະຟື້ນຕົວໂດຍໄດ້ແຮງໜູນມາຈາກຄວາມຕ້ອງການໃນຕະຫຼາດໂລກເພີ່ມຫຼາຍຂຶ້ນ ປະກອບກັບກິດຈະກຳທາງດ້ານເສດຖະ ກິດ ໃນປະເທດກັບມາເປັນປົກກະຕິ ແລະ ຍັງໄດ້ກ່າວເຕືອນວ່າ: ຄວາມສ່ຽງຂາລົງຂອງເສດຖະກິດຍັງຄົງມີຢູ່, ເສດຖະກິດຈະຟື້ນຕົວໄດ້ໄວ ແລະ ໄວເທົ່າໃດແມ່ນຂຶ້ນຢູ່ກັບສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ທັງໃນລະດັບໂລກ ແລະ ພາຍໃນປະເທດ.

บทวิเคราะห์ : เศรษฐกิจอาเซียน แนวโน้มในปี "หมูป่า" - มติชนสุดสัปดาห์

ນິກເຄອິ ລາຍງານວ່າ: ໃນປີ 2021 ປະເທດອາຊຽນ ທີ່ເສດຖະກິດເຕີບໂຕໄວທີ່ສຸດອາດຈະເປັນຫວຽດນາມ ຊຶ່ງເມື່ອປີ 2020 ທີ່ຜ່ານມາ, ເສດຖະກິດຂະຫຍາຍຕົວ 2,9% ເນື່ອງຈາກສາມາດສະກັດກັ້ນພະຍາດໂຄວິດ-19 ໄດ້ສຳເລັດ, ມີຜູ້ຕິດເຊື້ອພຽງແຕ່ປະມານ 2.100 ຄົນເທົ່ານັ້ນ ຄວບຄູ່ກັບການສົ່ງອອກສິນຄ້າເອເລັກໂຕຣນິກ ແລະ ສິນຄ້າອຸປະໂພກ-ບໍລິໂພກ ອື່ນໆທີ່ແຂງແຮງ. ສໍາລັບປີ 2021 ລັດຖະບານຫວຽດນາມ ໄດ້ຕັ້ງເປົ້າໝາຍການເຕີບໂຕໃຫ້ຢູ່ໃນລະດັບ 6,5%. ທ່ານ ແກເຣດ ລີເທີ ນັກເສດຖະສາດອາວຸໂສປະຈຳ ພາກພື້ນອາຊີ ຈາກບໍລິສັດທີ່ປຶກສາແຄປິຕອນອີໂຄໂນມິກ ກ່າວວ່າ: ການສົ່ງອອກຂອງຫວຽດນາມ ຈະໄດ້ແຮງໜູນຕໍ່ເນື່ອງມາຈາກການທີ່ອາເມຣິກາເກັບພາສີສິນຄ້າຈີນ ເພື່ອຫຼີກລ່ຽງການຖືກເກັບພາສີ ບໍລິສັດນຳເຂົ້າຈຶ່ງປ່ຽນຈາກການສັ່ງເຄື່ອງຈາກຈີນ ຫັນໄປປະເທດອື່ນແທນ. ທ່າອ່ຽງການສົ່ງອອກຫວຽດນາມ ຈະໄດ້ປະໂຫຍດຢ່າງຕໍ່ເນື່ອງ.

ທັງນີ້, ກ່ອນພະຍາດໂຄວິດ-19 ລະບາດເສດຖະກິດອາຊຽນ ເຕີບໂຕລວມກັນມາດົນນານຫຼາຍປີ ສະເລ່ຍປີລະປະມານ 5% ເປັນພາກພື້ນທີ່ມີຜົນງານດີທີ່ສຸດແຫ່ງໜຶ່ງຂອງໂລກ ແລະ ກາຍເປັນປາຍທາງການລົງທຶນທີ່ໜ້າສົນໃຈ ເນື່ອງຈາກມີປະຊາກອນໜຸ່ມສາວທີ່ເປັນຕົວຊຸກຍູ້ຄວາມຕ້ອງການ ທັງຍັງເປັນແຮງງານການຜະລິດຈຳນວນຫຼາຍ. ສໍາລັບຍີ່ປຸ່ນ, ທາງສຳນັກງານຄະນະລັດຖະມົນຕີຂອງຍີ່ປຸ່ນ ໄດ້ອອກຖະແຫຼງການວ່າ: GDP ຂອງຍີ່ປຸ່ນປີ 2020 ຫຼຸດລົງ 4,8% ເມື່ອທຽບກັບປີ 2019 ຖືວ່າເປັນການຫຼຸດລົງຄັ້ງທີ່ຮ້າຍແຮງທີ່ສຸດເປັນອັນດັບທີ 2 ເທົ່າທີ່ເຄີຍມີມາ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19. ທັງນີ້, ເສດຖະກິດຍີ່ປຸ່ນ ເຄີຍຫຼຸດລົງ 5,7% ໃນປີ 2009 ຫຼຸດລົງຫຼາຍທີ່ສຸດເປັນຄັ້ງທຳອິດ ນັບຕັ້ງແຕ່ເລີ່ມເກັບກໍາຂໍ້ມູນ ເມື່ອປີ 1955. ເມື່ອປີ 2020 ທີ່ຜ່ານມາ, ການບໍລິໂພກພາກເອກະຊົນ ທີ່ຄິດເປັນຫຼາຍກວ່າເຄິ່ງໜຶ່ງຂອງ GDP ຍີ່ປຸ່ນ ຫຼຸດລົງ 5,9%, ສ່ວນໃຫຍ່ເປັນເພາະປະຊາຊົນອາໄສຢູ່ທີ່ບ້ານໃນໄລຍະທີ່ລັດຖະບານ ປະກາດພາວະສຸກເສີນທົ່ວປະເທດໃນລະດູໃບໄມ້ປົ່ງ, ເມືອງໃຫຍ່ຫຼາຍແຫ່ງໃຊ້ມາດຕະການເຂັ້ມງວດ ຊຶ່ງເປັນການບັ່ນທອນຄວາມຕ້ອງການສິນຄ້າເປັນຕົ້ນ ຍານພາຫະນະ ແລະ ການສົ່ງອອກຂອງຍີ່ປຸ່ນຫຼຸດລົງ 12,3%. ຂະນະດຽວກັນ, ຖ້າຫາກພິຈາລະນາເປັນລາຍໄຕມາດ GDP ໄຕມາດທີ 4 ປີ 2020 ຂະຫຍາຍຕົວ 3% ຈາກໄຕມາດທີ 3 ຫຼື 12,7% ເມື່ອຄິດເປັນລາຍປີ ລະຫວ່າງ ເດືອນມິຖຸນາເຖິງເດືອນກັນຍາ 2020, GDP ກໍເພີ່ມຂຶ້ນ 22,7% ເມື່ອຄິດເປັນລາຍປີ ທຽບກັບໄຕມາດກ່ອນໜ້ານີ້ ເປັນການຂະຫຍາຍຕົວສອງໄຕມາດຕິດຕໍ່ກັນ. ຫຼັງຈາກເດືອນເມສາເຖິງເດືອນມິຖຸນາ 2020 ເສດຖະກິດຍີ່ປຸ່ນ ຖືກຜົນກະທົບຈາກໂຄວິດ-19 ຫຼຸດລົງຫຼາຍທີ່ສຸດເປັນປະຫວັດສາດ 29,3% ເມື່ອທຽບແບບເປັນລາຍປີ.

Comments