ຕາມຂ່າວຈາກ ບຣາຊິນ, ເມື່ອບໍ່ດົນມານີ້ກະຊວງສາທາລະນະສຸກຂອງບຣາຊິນລາຍງານວ່າ: ສະຖິຕິຕົວເລກເສຍຊີວິດ ໂຄວິດ-19 ໃນຮອບ 24 ຊົ່ວໂມງຂອງ ວັນພຸດ 10 ມີນາ ຜ່ານມາ ໃນບຣາຊິນລວມມີ 2.286ຄົນ ນັບເປັນຄັ້ງທຳອິດຕັ້ງແຕ່ຜະເຊີນກັບການແຜ່ລະບາດເມື່ອເດືອນເມສາປີກາຍນີ້.

ຂະນະທີ່ຈຳນວນຜູ້ເສຍຊີວິດໃນຮອບລາຍວັນລ້າສຸດເຮັດໃຫ້ສະຖິຕິສະສົມຂອງຜູ້ເສຍຊີວິດຈາກໂຄວິດ-19 ໃນບຣາຊິນເພີ່ມເປັນຢ່າງໜ້ອຍ 270.656ຄົນ ຫລາຍທີ່ສຸດໃນທະວີບອາເມລິກາໃຕ້ ແລະ ເປັນອັນດັບ 2 ຂອງໂລກ ຮອງຈາກ ສ.ອາເມລິກາ.

ສ່ວນຜູ້ຕິດເຊື້ອລາຍວັນເພີ່ມຂຶ້ນ 79.876ຄົນ ເຮັດໃຫ້ເພີ່ມຈຳນວນຜູ້ຕິດເຊື້ອສະສົມຈາກໂຄວິດ-19 ໃນບຣາຊິນມາເປັນ 11,2 ລ້ານກວ່າຄົນ ຫລາຍທີ່ສຸດໃນພາກພື້ນ ແລະ ເປັນອັນດັບ 3 ຂອງໂລກຮອງຈາກ ສ.ອາເມລິກາ ແລະ ອິນເດຍ.


ຂປລ.