ມາຮ່ວມສົ່ງເສີມການອ່ານໄປພ້ອມກັນກັບງານເທສະການປຶ້ມອ່ານ ປະຈໍາປີ 2021 (ເລີ່ມແຕ່ວັນທີ 4-5-6 ມີນາ 2021 ນີ້)

ໃນສັງຄົມລາວເຮົາມັກຈະໄດ້ຍິນເລື້ອຍໆຕໍ່ຄຳເວົ້າທີ່ວ່າ “ຄົນລາວບໍ່ມັກອ່ານໜັງສື” ເຊິ່ງເປັນອຸປະສັກຢ່າງໜຶ່ງທີ່ຂວາງທາງປາຍປາກກາ ແລະ ເປັນສິ່ງຫຍໍ້ທໍ້ຈິດໃຈໃຫ້ແກ່ບັນດານັກຂຽນລາວບໍ່ໜ້ອຍ, ແຕ່ເຖິງຢ່າງໃດກໍຕາມ ນັກຂຽນຫຼາຍທ່ານ ຍັງຄົງຝົນປາຍປາກກາ ແລະ ທຸ້ມເທສະຕິປັນຍາສ້າງສັນປຶ້ມທີ່ດີມີຄຸນຄ່າ ເພື່ອທີ່ຈະເຮັດໃຫ້ຄົນລາວຫັນມາອ່ານໜັງສືໃຫ້ນັບມື້ນັບຫຼາຍຂຶ້ນ. ດັ່ງນັ້ນ ທາງຄະນະອັກສອນສາດກໍຄືມະຫາວິທະຍາໄລແຫ່ງຊາດຈຶ່ງໄດ້ຈັດໃຫ້ມີງານເທສະການອາຫານສະໝອງຂຶ້ນ.

ເຊິ່ງໃນວັນທີ 26 ກຸມພາ 2021 ນີ້ທີ່ສະໂມສອນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີການຈັດຖະແຫຼງຂ່າວງານເທສະການປຶ້ມອ່ານ ປະຈໍາປີ 2021 ຂຶ້ນ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປທ ທອງສຸກ ແກ້ວມະນີ ຮັກສາການຄະນະບໍດີ ຄະນະອັກສອນສາດ, ມີທ່ານ ປອ. ນາງ ລັດຊະນີ ສຸລິຍະວົງ ຫົວໜ້າພະແນກວິຊາການ ຄະນະອັກສອນສາດ ທັງເປັນຜູ້ປະສານງານ ເທສະການປຶ້ມອ່ານ, ທ່ານ ສົມໄໝ ພົມມະຈັນ ຄະນະຈັດງານ ເທສະການປຶ້ມອ່ານ ພ້ອມດ້ວຍບັນດານັກສຶກສາ ແລະ ສື່ມວນຊົນເຂົ້າຮ່ວມ.

ການຈັດງານໃນຄັ້ງນີ້ ກໍເພື່ອເປັນການສະເຫຼີມສະຫຼອງວັນອ່ານໂລກ (4 ມີນາ) ແລະ ສ້າງຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ (8 ມີນາ) ພ້ອມ, ໂດຍສະເພາະແມ່ນເພື່ອທີ່ຈະເປັນສ່ວນໜຶ່ງໃນການປູກຝັງນິໄສມັກການອ່ານ ການຂຽນ ໃຫ້ແກ່ໄວໜຸ່ມລາວ ເພື່ອພວກເຂົາໄດ້ເຕີບໃຫຍ່ພ້ອມໆກັບຄວາມຮູ້ທີ່ກວ້າງຂວາງ, ມີຄວາມສາມາດທຽບເທົ່າກັບພາກພື້ນ ແລະ ສາກົນ.

ເທສະການປຶ້ມອ່ານ ເປັນກິດຈະກຳສົ່ງເສີມການອ່ານ ໃຫ້ກວ້າງຂວາງໃນຂົງເຂດການສຶກສາ ສົ່ງເສີມໄວໜຸ່ມໃນການພັດທະນາຕົນເອງຈາກການອ່ານ ສົ່ງເສີມນັກຂຽນລາວໃຫ້ມີເວທີສະແດງຜົນງານ ມີການບັນຍາຍ-ເສວະນາໃຫ້ຄວາມຮູ້ແກ່ບັນດານັກສຶກສາ ແລະ ຜູ້ເຂົ້າຮ່ວມງານຕະຫຼອດທັງ 3 ວັນ ເຊັ່ນ: ການອ່ານ ການຂຽນ ການຮຽນຮູ້ສູ່ຜົນສໍາເລັດ, ຮຽນແນວໃດຈົບໄປຈຶ່ງໄດ້ວຽກ, ປະສົບການ 40 ປີໃນການຂຽນກະວີ ແລະ ເລື່ອງສັ້ນ, ພິເສດໄປກວ່ານີ້ຍັງຈະໄດ້ຮັບຟັງການເສວະນາປະຫວັດຊົນຊາດລາວຫຼາຍກວ່າ 5,000 ປີ… ນອກຈາກນີ້, ຍັງມີການເປີດໂຕປຶ້ມໃໝ່ ແລະ ທັງເປັນການເປີດໂອກາດໃຫ້ກັບບັນດາພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນໄດ້ວາງສະແດງຜົນງານ ໂດຍສະເພາະແມ່ນຮ້ານປຶ້ມ, ສຳນັກພິມ, ວາລະສານຕ່າງໆໄດ້ຈໍາໜ່າຍສິນຄ້າຂອງຕົນອີກດ້ວຍ.

ງານດັ່ງກ່າວຈະຈັດຂຶ້ນໃນລະຫວ່າງວັນທີ 4-5-6 ມີນາ 2021 ນີ້ຢູ່ທີ່ສະໂມສອນໃຫຍ່ ມຊ.

Comments