ມອບ-ຮັບສວນອະນຸສາວະລີພະບາດ ສົມເດັດພຣະເຈົ້າໄຊຍະເຊດຖາທິຣາດມະຫາຣາດທີ່ແຂວງອັດຕະປື

ວັນທີ 24 ມັງກອນ 2021 ທີ່ຜ່ານມາຢູ່ສວນອະນຸສາວະລີພະບາດ ສົມເດັດພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປື ໄດ້ຈັດພິທີມອບ-ຮັບ ສວນດັ່ງກ່າວຂຶ້ນຢ່າງເປັນທາງການໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈູມມະລີ ໄຊຍະສອນ ອະດີດປະເທດ ແຫ່ງ ສປປ ລາວ ແລະ ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມຸນຕີກະຊວງແຜນການແລະການລົງທຶນ.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ໃນພິທີ ທ່ານ ພົງໄຊໄຊຊະນະ ໄຊຍະເສນາ ປະທານບໍລິ ສັດວັງຕັດຂຸດຄົ້ນບໍ່ແຮ່ ໃຫ້ຮູ້ວ່າ: ພາຍຫັຼງ ທີ່ໄດ້ລົງມືການກໍ່ສ້າງເກືອບ 30 ເດືອນ ຫືຼ 2 ປີເຄິ່ງ ເຊິ່ງເປັນໂຄງການກໍ່ສ້າງສາທາລະນະ ໂດຍການມີສ່ວນຮ່ວມຂອງທຸກພາກ ສ່ວນ ທັງພາກລັດ ແລະ ເອກະຊົນ, ພຸດທະບໍລິສັດ ແລະ ປວງຊົນລາວທັງພາຍໃນ ແລະ ຕ່າງປະເທດ ໂດຍແມ່ນກຸ່ມບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ເປັນຜຸ້ຮັບເໝົາກໍ່ສ້າງ ແລະ ເປັນຜູ້ສັດທາຫັຼກປະກອບສ່ວນທຶນເບື້ອງຕົ້ນ ມີມູນຄ່າທັງໝົດ 37 ຕື້ກີບ. ປະກອບມີ 2 ໜ້າວຽກໃຫ່ຍຄື: 1. ວຽກເທທອງຫໍ່ຼຮູບເໝືອນພຣະເຈົ້າໄຊຍະເຊດຖາທິຣາດມະຫາຣາດ ປະທັບຊ້າງເຜືອກມຸງຄຸນປະທານ ນ້ຳໜັກ 18 ໂຕນ, ມູນຄ່າໄມ້ຢືນຕົ້ນ 3 ຕື້ກີບ ແລະ ວຽກກໍ່ສ້າງສະຖາປະຕິມາກຳລວດລາຍວິຈິດສິນຕ່າງໆ ເປັນຕົ້ນ ອາຄານຫໍມູນເຊື້ອ, ຫ້ອງການ, ຫ້ອງນ້ຳສາທາລະນະ, ຖານຕັ້ງແທ່ນ ແທ່ນກົມມະລຽນ ລານເບຕົງພິມລາຍ, ເບຕົງທາງຍ່າງຟຸດບາດ, ກຳແພງຮົ້ວ, ວຽກປູກຕົ້ນໄມ້, ປູກດອກໄມ້ປະດັບ ວຽກລະບົບໄຟຟ້າ-ນ້ຳປະປາ ມູນຄ່າ 34 ຕື້ກີບ. ພ້ອມນີ້ ຜູ້ຮັບເໝົາ ກໍ່ສ້າງ ຍັງໄດ້ປະກອບສ່ວນສ້າງສວນຫິ້ຼນເດັກ ນ້ອຍຊິງຊ້າມ້າໝູນ ຫໍ່ຼພະພຸດທະຮູບຈຳລອງ ປະດິດສະ ຖານໄວ້ທີ່ຫໍມູນເຊື້ອ ກໍ່ສ້າງພຣະທາດກອງໄຊຈັກກະພັດ ເພື່ອອຸທິດໃຫ້ດວງວິນຍານຂອງນັກຮົບນາຍກອງທະຫານກ້າຂອງພະເຈົ້າໄຊຍະເຊດຖາທິຣາດ ການກໍ່ສ້າງສວນອະນຸສາວະລີແຫ່ງນີ້ ນອກຈາກເປັນແຫ່ຼງຮຽນຮູ້ທາງດ້ານປະຫັວດສາດ, ສີລະປະວັດທະນະທຳແລ້ວ ຍັງເປັນສວນສາທາລະນະຮັບໃຊ້ປະຊາຊົນແຂວງອັດຕະປື ໄດ້ນຳໃຊ້ອອກກຳລັງກາຍ ແລະ ຈັດກິດຈະກຳທາງດ້ານສີປະວັດ ທະນະທຳມວນຊົນ ຈັດພິທີຕາມຮີດຄອງປະເພນີ ແລະ ກາຍເປັນໜຶ່ງໃນຈຸດໝາຍປາຍທາງແຫ່ງການທ່ອງທ່ຽວ ຂອງແຂວງອັດຕະປື.

ในภาพอาจจะมี 1 คน, กำลังยืน และอยู่บนเวที

ໃນໂອກາດດຽວກັນ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ຕາງໜ້າອົງການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ຂຶ້ນກ່າວຮັບ ແລະ ພ້ອມທີ່ຈະປົກປັກຮັກສາໂຄງການດັ່ງກ່າວ ພ້ອມທັງໂຄສະນາເຜີຍແຜ່ໃຫ້ຄົນລຸ້ນຫັຼງໄດ້ສຶກສາຮ່ຳຮຽນສືບຕໍ່ໄປຊົ່ວກາລະນານ ພ້ອມນີ້ ທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ ພ້ອມດ້ວຍ ບັນທ່ານການນຳຂັ້ນສູງກາງ ການນຳຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພ້ອມກັນລັ່ນຄ້ອງເກົ້າບາດ ແລະ ຕັດແຖບຜ້າມອບ – ຮັບຢ່າງເປັນທາງການ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และผู้คนอยู่บนเวที

Cr: ສຸດໃຈ

Comments