ຕາມຂ່າວຈາກຈີນ, ເມື່ອບໍ່ດົນມານີ້,ຈີນ ສ້າງເຂື່ອນໄຟຟ້າ ນ້ຳຕົກ ສາມຮ່ອມພູ ຂອງຈີນ ທີ່ມີຂະໜາດ ໃຫຍ່ທີ່ສຸດ ໃນໂລກ ໂດຍມີ ກຳລັງ ການຜະລິດ ໄຟຟ້າ ສະອາດ111 ຕື້ 8 ຮ້ອຍລ້ານ ກິໂລວັດໂມງ ໃນປີ 2020ໄດ້ລື່ນກາຍ ສະຖິຕິໂລກ ດ້ານການຜະລິດ ພະລັງງານ ໄຟຟ້າຕໍ່ປີ ຂອງເຂື່ອນໄຟຟ້າ ນ້ຳຕົກ ແຫ່ງດຽວ ທີ່ມີ 103 ຕື້ 98 ລ້ານ ກິໂລວັດໂມງ ທີ່ສ້າງ ແລະ ຮັກສາ ໂດຍເຂື່ອນ ໄຟຟ້າ ນ້ຳຕົກ ອີໄຕພູ ທີ່ທະວີບ ອາເມຣິກາໃຕ້ ໃນປີ 2016.ສຳລັບ ເຂື່ອນໄຟຟ້າ ນ້ຳຕົກ ສາມຮອມພູ ຂອງຈີນ ໄດ້ຕິດຕັ້ງ ເຄື່ອງຜະລິດ ໄຟຟ້າ 34 ເຄື່ອງ ໂດຍມີຍອດ ຄວາມສາມາດ ການຜະລິດ 22 ລ້ານ 5 ແສນກິໂລວັດ.ຖ້າທຽບໃສ່ ການຜະລິດ ໄຟຟ້າ ດ້ວຍຖ່ານຫີນ ປະລິມານ ໄຟຟ້າ ດັ່ງກ່າວ ສາມາດ ທົດແທນ ຖ່ານຫີນ ຕາມມາດຖານ ປະມານ 34 ລ້ານ 3 ແສນ 9 ໝື່ນໂຕນ, ຫລຸດລົງ ການປ່ອຍ ກາກໂບນ ດິອອກຊິດ ປະມານ 94 ລ້ານ 2 ໝື່ນໂຕນ ໄດ້ປະກອບສ່ວນ ໃຫ້ແກ່ຈີນ ເຂົ້າໃນ ການສ້າງລະບົບ ພະລັງງານ ສະອາດ ມີການປ່ອຍ ກາກໂບນຕ່ຳ ປອດໄພ ແລະ ມີປະສິດທິສູງ ເພື່ອພະຍາຍາມ ບັນລຸເປົ້າໝາຍ ປ່ອຍກາກໂບນ ຮອດຈຳນວນ ສູງສຸດກ່ອນປີ 2030.


ຂປລ