ເຊັນສັນຍາເພີ່ມເຕີມໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ…….

ໃນທ້າຍອາທິດຜ່ານມານີ້ ໄດ້ມີພິທີເຊັນສັນຍາເພີ່ມເຕີມພາກຂະຫຍາຍ ໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ ຢູ່ບ້ານນາຫີນບູນ, ເມືອງທ່າໂທມ ແຂວງໄຊສົມບູນ ລະຫວ່າງ ອົງການປົກຄອງແຂວງ ຕ່າງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ເຂື່ອນໄຟຟ້ານໍ້າຕ່າຍ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໄຊສົມບູນ, ມີປະທານສະພາປະຊາຊົນແຂວງ, ຮອງເຈົ້າແຂວງ, ເຈົ້າເມືອງທ່າໂທມ, ມີບັນດາພະແນກການ, ແຂກຖືກເຊີນ ແລະ ທ່ານ ສົມລັດ ເມກອາກາດ ຜູ້ອຳນວຍ ການກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະນຳຂອງບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

Image may contain: one or more people and people standing

ໂອກາດນີ້ ທ່ານ ສົມລິດ ສຸພັດດີ ຮອງຫົວໜ້າພະແນກແຜນການ ແຂວງໄຊສົມບູນ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການອະນຸມັດໃຫ້ເຊັນສັນຍາສຳປະທານເພີ່ມເຕີມພາກຂະຫຍາຍ ໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ ຈຸດປະສົງຂອງສັນຍານີ້ ແມ່ນການຕົກລົງເຫັນດີໃຫ້ບໍລິສັດ ເຂື່ອນໄຟຟ້ານໍ້າຕ່າຍ ຈຳກັດຜູ້ດຽວ ຊຶ່ງເປັນບໍລິສັດເອກະຊົນ 100% ເພີ່ມກຳລັງຕິດຕັ້ງຕື່ມອີກ 6 ເມັກກາວັດ, ມີມູນຄ່າລົງທຶນທັງໝົດ 2.575.000 ໂດລາສະຫະລັດ ສຳລັບສັນຍາສະບັບນີ້ ແມ່ນເປັນສ່ວນໜຶ່ງຂອງສັນຍາສະບັບເລກທີ 1195/ພຜທ.ຊບ, ລົງວັນທີ 14 ພະຈິກ 2020 ສ່ວນພັນຕ່າງໆ ໃນການປະຕິບັດນຳກັນລະຫວ່າງ 2 ຝ່າຍ ແມ່ນປະຕິບັດຕາມສັນຍາສໍາປະທານ ທີ່ໄດ້ເຊັນສັນຍາກັນໃນເບື້ອງຕົ້ນ.

Image may contain: 1 person, standing

ໃນໂອກາດນີ້ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ມີຄຳເຫັນຕໍ່ພິທີ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກຸ່ມບໍລິສັດ ພົງສັບທະວີ ຈຳກັດຜູ້ດຽວ ທີ່ໄດ້ມາລົງທຶນພັດທະນາ ແຂວງໄຊສົມບູນ ພ້ອມນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ຈົ່ງເອົາໃຈໃສ່ຕິດຕາມກວດກາ ບັນດາຂົງເຂດວຽກງານຂອງໂຄງ ການ ເພື່ອຮັບປະກັນໃຫ້ແກ່ການດຳເນີນໂຄງການມີຜົນສຳເລັດຕາມແຜນການທີ່ວາງໄວ້.

Image may contain: 2 people, people sitting

ຈາກນັ້ນ ທັງ 2 ຝ່າຍ ກໍໄດ້ລົງນາມເຊັນບົດບັນທຶກເຊັນບົດບັນທຶກຮ່ວມກັນ ຕາງໜ້າອົງການປົກຄອງແຂວງໂດຍ ທ່ານ ໄຊຍະເດດ ວົງສາຣະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ບຸນທຽມ ໄຊສົງຄາມ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ເຈົ້າເມືອງໆທ່າໂທມ ແລະ ຝ່າຍບໍລິສັດ ທ່ານ ສົມລັດ ເມກອາກາດ ໂດຍຊ່ອງໜ້າການນຳແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພີຍານ.

ແຫຼ່ງຂໍ້ມູນ: ມີເດຍ ລາວ

Comments