ລາວ ແລະ ຍີ່ປຸ່ນ ລົງນາມ ຈົດໝາຍແລກປ່ຽນ ການຮ່ວມມື…..

ໃນວັນທີ 16 ທັນວາ 2020 ຢູ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມຈົດໝາຍ ແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (Exchange Notes) ເພື່ອຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມື ດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ-ຍີ່ປຸນ ທີ່ໄດ້ລົງນາມກັນ ໃນເດືອນພຶດ ສະພາ ຜ່ານມາ.

Image may contain: 1 person

ຕາງໜ້າຝ່າຍລາວ ຮ່ວມລົງນາມ ຄັ້ງນີ້, ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ຕາງໜ້າຝ່າຍຍີ່ປຸ່ນ ແມ່ນ ທ່ານ ທາເກວາກະ ເຄໂຊ (TAKEWAKA Keizo) ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ມີບັນດາພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງລະດັບຄາດໝາຍ ຂອງການລົງນາມຈົດໝາຍແລກປ່ຽນໃນຄັ້ງນີ້, ແມ່ນເພື່ອຜັນຂະ ຫຍາຍສັນຍາວ່າດ້ວຍ ການຮ່ວມມື ທາງດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ທີ່ໄດ້ລົງນາມກັນ ໃນເດືອນພຶດສະພາ 2020 ຜ່ານມາ ໂດຍສະເພາະ ການອະນຸມັດ ແລະ ອຳນວຍຄວາມສະດວກໃຫ້ແກ່ບັນດາຊ່ຽວຊານ ແລະ ອາສາສະໝັກຍີ່ປຸ່ນ ໃນເວລາເດີນທາງເຂົ້າມາປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ ຕາມໂຄງການ/ແຜນງານ ພາຍໃຕ້ສັນຍາຮ່ວມມືທາງດ້ານເຕັກນິກ-ວິຊາການດັ່ງກ່າວ.

Image may contain: 2 people

ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນຊ່ວຍເຫລືອ ຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ, ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ຍີ່ປຸ່ນ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ໃນໄລຍະຕໍ່ໜ້າ ໂດຍສະເພາະ ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ພາຍໃນອາຊຽນ ດ້ວຍການຈັດຕັ້ງປະຕິບັດ ແຜນປະຕິບັດງານຂໍ້ລິເລິ່ມ ການເຊື່ອມໂຍງອາຊຽນ ສະບັບທີ່ 4 ຫລື ໄອເອໄອ ສະບັບທີ 4 ໄລຍະ 2021-2025; ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025; ການພັດທະນາຊັບພະຍາກອນມະນຸດ ແລະ ການຮ່ວມມື ພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.

Image may contain: 1 person

ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ທາເກວາກະ ເຄໂຊ ໄດ້ສະແດງຄວາມຍິນດີທີ່ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ຮ່ວມລົງນາມຈົດໝາຍແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ ປຸ່ນ ໃນຄັ້ງນີ້ ແລະ ເຊື່ອໝັັ້ນວ່າ: ການຮ່ວມມືດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ ແລະ ຍີ່ ປຸ່ນ ຈະປະກອບສ່ວນອັນສຳຄັນ ແລະ ເສີມເຕີມໃຫ້ແກ່ການສະໜັບສະໜູນ-ຊ່ວຍເຫລືອ ສອງຝ່າຍ ຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ນັບມື້ນັບເພີ່ມຂຶ້ນ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍ່ຄື ປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນ-ຮ່ວມມື ສອງຝ່າຍ ລາວ-ຍີ່ປຸ່ນ ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

ແຫຼ່ງຂໍ້ມູນ: ຂປລ

Comments