ໃນວັນທີ 14-18 ທັນວາ 2020, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ເປີດຊຸດຝຶກອົບຮົມການຄຸ້ມຄອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ສຳລັບຕຳແໜ່ງບໍລິ ຫານລະດັບກາງ (ປະເພດ 4) ຊຶ່ງມີເປົ້າໝາຍຍົກລະດັບຄວາມຮູ້ທາງດ້ານວິຊາການ ຊ່ວຍເພີ່ມພູນສ້າງຄວາມຮູ້, ສ້າງທັກສະທາງດ້ານວິຊາການ ທີ່ແຕ່ລະຄົນຮັບຜິດຊອບ ໃຫ້ເຫັນໄດ້ບົດບາດຄວາມສຳຄັນວຽກງານການຄຸ້ມຄອງ ທັງເປັນການແລກປ່ຽນບົດຮຽນ ຄວາມຮັບຮູ້ເຂົ້າໃຈ ຂອງພະນັກງານສຳລັບຕຳແໜ່ງບໍລິຫານລະດັບກາງ,

ເພື່ອແນໃສ່ຕອບສະໜອງກັບຄວາມຕ້ອງການ ຂອງການປະຕິບັດໜ້າທີ່ວຽກງານກ່ຽວກັບກົນໄກການບໍລິຫານ ແລະ ຄຸ້ມຄອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ.
ຊຸດຝຶກອົບຮົມຄັ້ງນີ້ ໂດຍການເປັນປະທານຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີຮອງລັດຖະມົນຕີ ຊຶ່ງສຳມະກອນຈະໄດ້ຮຽນຮູ້ ກ່ຽວກັບການຄຸ້ມຄອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຄວາມປອດໄພດ້ານລັງສີ-ນິວເຄລຍ, ການຄຸ້ມຄອງວຽກງານແຜນການວິທະຍາສາດ ແລະ ເຕັກໂນໂລຊີ, ຂັ້ນຕອນ ແລະ ວິທີການເຂົ້າເຖິງກອງທຶນພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ, ການຄຸ້ມຄອງຊັບພະຍາກອນມະນຸດໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ,

ການຄຸ້ມຄອງລັດ ກ່ຽວກັບວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ, ການຄຸ້ມຄອງລັດ ກ່ຽວກັບວຽກງານເຕັກໂນໂລຊີ ດີຈີຕອນ, ການຄຸ້ມຄອງລັດ ກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ, ການຄຸ້ມຄອງລັດ ກ່ຽວກັບວຽກງານຊັບສິນທາງປັນຍາ, ວຽກງານຄົ້ນຄວ້ານິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ວຽກງານຄົ້ນຄວ້າພະລັງງານທົດແທນ ແລະ ວັດສະດຸໃໝ່,

ວຽກງານຄົ້ນຄວ້າເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ, ການຮ່າງເອກະສານທາງລັດຖະການ, ຈັນຍາບັນຂອງພະນັກງານ-ລັດຖະກອນ ແລະ ການຮຽນຮູ້ການເປັນຜູ້ນຳ. ບົດຮຽນຄັ້ງນີ້, ຈະໄດ້ບັນຍາຍໂດຍທ່ານ ຫົວໜ້າຫ້ອງການ, ກົມ, ສະຖາບັນພາຍໃນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
ແຫຼ່ງຂໍ້ມູນ: ຂປລ