ໃນວັນທີ 12 ທັນວາ 2020 ທີ່ຜ່ານມາ ບໍລິສັດລົດຍົນ BYD ໄດ້ເປີດໂຕລົດ BYD e2 ຢ່າງຍິ່ງໃຫຍ່ຂຶ້ນຢູ່ທີ່ຢູ buddyNong studio, ໂດຍການເປັນປະທານຂອງທ່ານ Mango Wan ຜູ້ອໍານວຍການບໍລິສັດລົດຍົນ ຂອງ BYD Laos , ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ພ້ອມດ້ວຍບັນດາແຂກ VIP ຈາກທາງ Commercial dept, ຄົນດັງວົງການບັນເທິງລາວ, ສື່ມວນຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


BYD ເປັນບໍລິສັດຂາຍລົດທີ່ຜະລິດ ແລະ ນໍາເຂົ້າຈາກປະເທດຈີນ, ເຊິ່ງເປີດໂຕຄັ້ງທໍາອິດໃນເດືອນ ກໍລະກົດ ປີ 2008 ຈົນເຖິງປີ 2015 ບໍລິສັດ BYD ໄດ້ຢຸດການຜະລິດລົດລຸ້ນທີ່ເຕີມນໍ້າມັນ ແລະ ຫັນມາຜະລິດລົດລຸ້ນໄຟຟ້າ ທັງນີ້ເພື່ອຫັນໄປສູ່ຄວາມທັນສະໄໝ ດັ່ງນັ້ນ, ຈຶ່ງຫັນມານໍາໃຊ້ໄຟຟ້າແທນການຈູດນໍ້າມັນ.


ເຊິ່ງລົດທີ່ເປີດໂຕໃໝ່ຫຼ້າສຸດໃນຄັ້ງນີ້ແມ່ນ BYD e2 ເປັນລົດລະບົບໄຟຟ້າ ແລະ ເຊັນເຊີທີ່ອັດສະລິຍະເຊິ່ງ:



- ຄວບຄຸມດ້ວຍ e-Platform ສູງ BYD e-platform ໃໝ່ທີ່ມີລະບົບມໍເຕີ ຕົວຄວບຄຸມ ແລະ ກຳລັງຄວບຄຸມເພື່ອໃຫ້ໃຊ້ພະລັງງານຕ່ຳ ແລະ ມີປະສິດທິພາບທີ່ໂດດເດັ່ນກວ່າ.
- ທ່ານສາມາດເລືອກໃຊ້ລະດັບໄຟຟ້າສອງລະດັບຄື 305Km/405 Km.
- ອອກແບບທີ່ທັນສະໄໝມີຄວາມຫຼາກຫຼາຍຂອງພື້ນສີ, ມີການອອກແບບພື້ນລົດໃຫ້ກວ້າງຂຶ້ນ, ມີການຕັດສັດສ່ວນສີທອງທີ່ທ້າຍລົດ ເຮັດໃຫ້ມີຄວາມສະປອຣ໌ສ ແລະ ທັນສະໄໝຂຶ້ນກວ່າເກົ່າ.
- ບໍ່ມີການປົດປ່ອຍແກ໊ລະບົບທີ່ບໍ່ມີການຂັບຖ່າຍມົນລະຜິດ ແລະ ປົດປ່ອຍແກ໊ສລະງັບສຽງໃຫ້ເບົາລົງ.
- ມີທັງໝົດ 4 ສີ: ສີດໍາ, ສີຂາວ, ສີແດງ ແລະ ສີຟ້າ.
ຖືໄດ້ວ່າ BYD e2 ເປັນລົດໄຟຟ້າທີ່ມີລາຄາພຽງແຕ່ $24,900 ຕອບໂຈດການໃຊ້ຊີວິດທຸກເພດທຸກໄວ, ເໝາະແກ່ນັກສຶກສາ ແລະ ໄວເຮັດວຽກ ນໍາອີກ ທີ່ສໍາຄັນປະຢັດພະລັງງານດ້ວຍອີກ.
ໃນງານດັ່ງກ່າວນອກຈາກຈະເປີດໂຕລົດ BYD e2 ຢ່າງຍິ່ງໃຫຍ່ ອະລັງການແລ້ວ ຍັງມີການຫຼີ້ນກິດຈະກຳສຸດພິເສດເພື່ອລຸ້ນຮັບລາງວັນຕ່າງໆ.


