ວັນທີ 10 ທັນວາ 2020 ນີ້, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມຜ່ານລະບົບທາງໄກ ກັບ ທ່ານ ນາງ ອາດາຈິຊາ ອາເບີຕີນາ ຊາເວຍ ໄຣສ ມາກໂນ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ ແລະ ຕີມໍ-ເລສເຕ.

ການໂອ້ລົມຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍ ຕະຫຼອດໄລຍະຫຼາຍກວ່າ 2 ທົດສະວັດ ຜ່ານມາ, ນັບແຕ່ສອງປະເທດ ໄດ້ມີການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 29 ກໍລະກົດ 2002,
ເຊິ່ງສະແດງອອກ ໃນການແລກປ່ຽນ ການຢ້ຽມຢາມຂອງການນໍາຂັ້ນສູູງຂອງສອງປະເທດ ໃນໄລຍະຜ່ານມາ, ເຊິ່ງຫຼ້າສຸດ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເດີນທາງຢ້ຽມຢາມ ຕີມໍ-ເລສເຕ ໃນນາມຜູ້ຕາງໜ້າພິເສດຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເຂົ້າຮ່ວມພິທີ ສະເຫຼີມສະຫຼອງວັນລົງປະຊາມະຕິປະກາດເອກະລາດ ຄົບຮອບ 20 ປີ ຂອງຕີມໍ-ເລສເຕ ໃນວັນທີ 30 ສິງຫາ 2019 ຜ່ານມາ ແລະ ທ່ານ Dionisio da Costa Babo Soares, ລັດຖະມົນຕີຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ກໍໄດ້ຢ້ຽມຢາມທາງການ ສປປ ລາວ ໃນວັນທີ 5-8 ມິຖຸນາ 2019 ຜ່ານມາ.

ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ ໃນການຮ່ວມມືທາງດ້ານເສດຖະກິດຮ່ວມກັນ ກໍຄື ຄວາມເປັນໄປໄດ້ໃນການແລກປ່ຽນ ດິນປຸກສ້າງສະຖານທູດຢູ່ປະເທດຂອງກັນ ແລະ ກັນ ໃນອະນາຄົດ. ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບສະພາບການເເຜ່ລະບາດ ຂອງພະຍາດໂຄວິດ-19 ໃນປັດຈຸບັນ ແລະ ການຮ່ວມມືໃນຂອບອາຊຽນ, ເຊິ່ງປະເທດຕີມໍ-ເລສເຕ ພວມສະໝັກເຂົ້າເປັນສະມາຊິກ ຂອງອົງການດັ່ງກ່າວ.

ໂອກາດນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ຝ່າຍຕີມໍ-ເລສເຕ ທີ່ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນລາວ ທີ່ໄດ້ຮັບຜົນກະທົບ ຈາກສັນເຂື່ອນກັນນໍ້າ ເຊປຽນ-ເຊນໍ້ານ້ອຍແຕກ ທີ່ ແຂວງອັດຕະປື ໃນມູນຄ່າ 750.000 ໂດລາສະຫະລັດ ໃນປີ 2018 ທີ່ຜ່ານມາ.
ແຫຼ່ງຂໍ້ມູນ: ຂປລ