ຄວາມສຳເລັດຂອງຫຼາຍໆທຸລະກິດໂດຍສະເພາະການບໍລິຫານງານແບບຄອບຄົວ ໄດ້ສ້າງຊື່ສຽງໃຫ້ບັນດາມະຫາເສດຖີ ກາຍເປັນທີ່ຮູ້ຈັກຫຼາຍຂຶ້ນ ຊຶ່ງແນ່ນອນວ່າໃນປະເທດໄທ ກໍມີຢູ່ຫຼາຍຕະກູນ ຊຶ່ງເປັນທີ່ຮູ້ຈັກໃນລະດັບປະເທດ ແລະ ນາໆຊາດ ບໍ່ວ່າຈະດ້ວຍຄວາມລໍ່າລວຍ ຫຼື ຄວາມສຳເລັດຈາກການດຳເນີນກິດຈະການກໍຕາມ ເພື່ອສົ່ງທ້າຍປີ 2020 Bloomberg ໄດ້ຈັດອັນດັບ ‘20 ຄອບຄົວມະຫາເສດຖີໃນອາຊີ’ ຊຶ່ງມີຄົນໄທຕິດອັນດັບຢູ່ໃນ Top 20 ເຖິງ 3 ຄອບຄົວຄື:

ຕະກູນ ‘ເຈຍຣະວະນົນ’ ມະຫາເສດຖີອັນດັບ 3 ແຫ່ງອາຊີ
ຈາກຄວາມສຳເລັດຂອງເຄືອ ຈະເລີນໂພກພັນ ພາຍໃຕ້ການບໍລິຫານຢ່າງຍາວນານຂອງ ທ່ານ ທະນິນ ເຈຍຣະວະນົນ ຈົນມາເຖິງ Gen 4 ເຮັດໃຫ້ປັດຈຸບັນມີມູນຄ່າຊັບສິນເປັນອັນດັບ 3 ຂອງເສດຖີອາຊີ ເຖິງ 31.700 ລ້ານໂດລາ (ປະມານ 959.000 ລ້ານບາດ) ພາຍໃຕ້ຄວາມສຳເລັດຈາກຫຼາກຫຼາຍປະເພດທຸລະກິດ ຕັ້ງແຕ່ສາຍຂາຍຍ່ອຍ 7-Eleven, Marco, Tesco Lotus ຫຼື ສາຍໂທລະຄົມມະນາຄົມ True ຫຼືອະສັງຫາລິມມະຊັບ CP Land ຫຼືກຸ່ມອາຫານ CPF ເປັນຕົ້ນ.

‘ຢູ່ວິທະຍາ’ ຄອງອັນດັບທີ 6 ຕະກູນມະຫາເສດຖີ
ຄອບຄົວ ຢູ່ວິທະຍາ ເປັນຜູ້ບໍລິຫານ TCP Group ທີ່ດຳເນີນກິດຈະການທີ່ຫຼາກຫຼາຍ ຈົນຮອດປັດຈຸບັນທີ່ຢູ່ໃນຍຸກ Gen 2 ຂອງ ທ່ານ ສະລາວຸດ ຢູ່ວິທະຍາ ກໍຍັງຄົງສານຕໍ່ຄວາມສຳເລັດໃຫ້ກັບທຸລະກິດຄອບຄົວ ຈົນໄດ້ຮັບການຈັດອັນດັບໃຫ້ເປັນຕະກູນມະຫາເສດຖີອັນດັບທີ 6 ກັບຊັບສິນຫຼາຍກວ່າ 24.200 ລ້ານໂດລາ (ປະມານ 732.000ລ້ານບາດ) ພາຍໃຕ້ທຸລະກິດຜະລິດ ແລະ ສົ່ງອອກອາຫານ-ເຄື່ອງດື່ມ ອັດຕະໂນມັດ, ບໍລິການກະຈາຍສິນຄ້າ, ບໍລິການພື້ນທີ່ຈັດເກັບສິນຄ້າອີກດ້ວຍ.

‘ຈິຣາທິວັນ’ ປິທ້າຍອັນດັບ 20 ຄົນລວຍແຫ່ງອາຊີ
ນາມສະກຸນ ຈິຣາທິວັນ ກັບທຸລະກຄິດກຸ່ມເຊັນທັລ ໜ້າຈະເປັນເລື່ອງທີ່ຫຼາຍຄົນຮູ້ຈັນດີຢູ້ແລ້ວ ແລະ ແນ່ນອນວ່າໄດ້ຮັບການຈັດອັນດັບໃຫ້ຢູ່ໃນອັບດັບ 20 ຂອງຕະກູນມະຫາເສດຖີແຫ່ງອາຊີ ກັບຊັບສິນມະຫາສານ 12.900 ລ້ານໂດລາ (ປະມານ 390.000 ລ້ານບາດ) ພາຍໃຕ້ການບໍລິຫານງານຂອງ ທ່ານ ທົດ ຈິຣາທິວັນ ຜູ້ສືບທອດ Gen 3 ຂອງຄອບຄົວ ກັບທຸລະກິດທີ່ມີຢູ່ຫຼາກຫຼາຍປະເພດ ນັບຕັ້ງແຕ່ ຮ້ານຊັບພະສິນຄ້າໃນເຄືອ CDG, ສູນການຄ້າ ແລະ ອະສັງຫາລິມມະຊັບ CPN, ໂຮງແຮມ ແລະຣີສອດ CHR, ທຸລະກິດຮ້ານອາຫານ CHR ເປັນຕົ້ນ.
