ບໍລິສັດ e-commerce ຂອງຈີນ JD.com Inc ກ່າວໃນວັນທີ 5 ທັນວາ 2020 ວ່າ: ໄດ້ກາຍເປັນ platform ຕົວຈິງ ແຫ່ງທຳອິດຂອງປະເທດທີ່ຍອມຮັບສະກຸນເງິນດິຈີຕອນຂອງປັກກິ່ງ
JD Digits ຊຶ່ງເປັນໜ່ວຍງານດ້ານ fintech ຂອງບໍລິສັດ ຈະຮັບເງິນຢວນດີຈີຕອນ ສຳລັບການຊຳລະເງິນ ສຳລັບຜະລິດຕະພັນບາງຢ່າງ ໃນຮ້ານຊັບພະສິນຄ້າອອນໄລ ຊຶ່ງເປັນສ່ວນໜຶ່ງຂອງການທົດລອງແຈກ ເງິນຢວນດີຈີຕອນ ໃຫ້ກັບພົນລະເມືອງຂອງຊູໂຈ ໃກ້ກັບເມືອງ ຊຽງໄຮ ຕາມໂພສໃນບັນຊີ WeChat ຢ່າງເປັນທາງການຂອງບໍລິສັດ
ເງິນຢວນດິຈີຕອນຂອງຈີນເປັນໜຶ່ງໃນໂຄງການລິເລີ່ມ “ສະກຸນເງິນດິຈິຕອນຂອງທະນາຄານກາງ” ທີ່ກ້າວໜ້າທີ່ສຸດໃນໂລກ ເນື່ອງຈາກທາງການທົ່ວໂລກຕອບສະໜອງຕໍ່ໄພຄຸກຄາມ ຈາກສະກຸນເງິນສ່ວນຕົວເຊັ່ນ: bitcoin ແລະ Libra ຂອງ Facebook

ພາຍໃຕ້ໂຄງການ Suzhou ລັດຖະບານເທດສະບານ ແລະ People’s Bank of China (PBOC) ຈະອອກ “ ຊອງແດງ” ດິຈີຕອນ 200 ຢວນໃຫ້ກັບຜູ້ບໍລິໂພກ 100.000 ຄົນທີ່ເລືອກຜ່ານລອດເຕີຣີ່

ໂຄງການຂອງຊູໂຈເປັນລອດເຕີຮີ່ ດິຈີຕອນຄັ້ງທີ 2 ຫຼັງຈາກ PBOC ອອກສະກຸນເງິນດິຈີຕອນ ມູນຄ່າ 10 ລ້ານຢວນໃຫ້ກັບຜູ້ບໍລິໂພກທີ່ສຸ່ມເລືອກ 50.000 ຄົນ ໃນເມືອງທາງຕອນໃຕ້ຂອງເຊິນເຈິ້ນ.
Yi Gang ຜູ່ວ່າການ PBOC ກ່າວເມື່ອເດືອນທີ່ແລ້ວວ່າ ຈົນເຖິງຂະນະນີ້ມີການໃຊ້ຈ່າຍເງິນຫຼາຍກວ່າ 2 ພັນລ້ານຢວນ ໂດຍໃຊ້ສະກຸນເງິນດິຈີຕອນຂອງຈີນໃນທຸລະກຳແຍກກັນ 4 ລ້ານລາຍການ.