ສະຫາຍ ບຸນຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ-ເຈົ້າແຂວງບໍ່ແກ້ວ ໄດ້ກ່າວວ່າ: ແຂວງບໍ່ແກ້ວຕັ້ງຢູ່ທິດ ຕາເວັນຕົກສ່ຽງເໜືອຂອງປະເທດລາວ, ມີເນື້ອ ທີ່ 6.196 ກິໂລຕາແມັດ, ທິດຕາເວັນຕົກຕິດກັບລາຊະອານາຈັກໄທ ຍາວ 145 ກິໂລແມັດ (ທາງບົກ 48 ກິໂລແມັດ ແລະ ທາງນ້ຳຂອງຍາວ 97 ກິໂລແມັດ); ທິດເໜືອ ຕິດກັບປະເທດ ສ.ມຽນມາ ຍາວ 98 ກິ ໂລແມັດ (ທາງແມ່ນ້ຳຂອງ), ທິດຕາເວັນອອກຕິດກັບແຂວງຫຼວງນ້ຳທາຍາວ 100 ກິໂລແມັດ ແລະ ແຂວງ ອຸດົມໄຊ ຍາວ 110 ກິໂລແມັດ ແລະ ທາງທິດໃຕ້ຕິດກັບແຂວງໄຊຍະບູລີ ຍາວ 35 ກິໂລແມັດ.

ຮອດປັດຈຸບັນອົງຄະນະພັກແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມໃຫຍ່ຂອງຕົນໄດ້ 6 ຄັ້ງ ພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກແຂວງ ແຕ່ລະສະໄໝ ມີຄວາມຮັບຜິດຊອບ ແລະ ຕັດ ສິນໃຈສູງ ໃນການຜ່ານຜ່າອຸປະສັກຄວາມຫຍຸ້ງຍາກ, ໄປຄຽງຄູ່ກັບການເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົ້ນເອງເທື່ອລະກ້າວ, ອັນໄດ້ເຮັດໃຫ້ແຂວງບໍ່ແກ້ວຂອງພວກເຮົາ ສາມາດຍາດໄດ້ໄຊຊະນະ, ຜົນສໍາເລັດໃນຫຼາຍດ້ານ ທີ່ເປັນໜ້າພາກພູມໃຈ, ເປັນຕົ້ນ: ເຮັດໃຫ້ແຂວງບໍ່ແກ້ວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດສືບຕໍ່ມີການຂະຫາຍຕົວຢ່າງຕໍ່ເນື່ອງ

ຊຶ່ງສະແດງອອກໃນໄລຍະ 5 ປີຜ່ານມາ ສະພາບການພັດທະນາເສດຖະກິດຂອງແຂວງບໍ່ແກ້ວ ມີທ່າແຮງທີ່ເປັນພື້ນຖານທີ່ດີ ໂດຍຫັນເອົາເປັນ 7 ແຜນງານ, 52 ໂຄງການ, 21 ໂຄງການບຸລິມະສິດສອດ ຄ່ອງກັບແຜນພັດທະນາຂອງລັດຖະບານ ແລະ ຮັບຮອງຈາກສະພາ, ສອດຄ່ອງກັບສະພາບຕົວຈິງ, ຊຶ່ງໄດ້ຖືເອົາການພັດທະນາເສດຖະກິດ-ສັງຄົມເປັນໃຈກາງ ໃນນີ້, ຖືເອົາການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວເປັນໃຈກາງໃນການພັດທະນາເສດຖະກິດຂອງແຂວງ.

ພວກເຮົາໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບການສົ່ງເສີມການລົງທຶນ, ການທ່ອງທ່ຽວ ແລະ ຕັ້ງໜ້າປຸກລະດົມທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໂຄງການພັດທະນາ ກໍຄືການຊຸກຍູ້, ສົ່ງເສີມການຜະລິດສິນຄ້າ ແລະ ການບໍລິການຢ່າງເປັນຂະບວນຟົດຟື້ນ, ແຂງແຮງ ມີຜົນສຳເລັດຕົວຈິງເປັນກ້າວໆ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຖືກທິດ; ໃນປີ 2019 ລວມຍອດຜະລິດຕະພັນພາຍໃນ GDP ບັນລຸ 3.181,82 ຕື້ກີບ, ເສດຖະກິດຂະຫຍາຍຕົວໃນລະດັບ 7,4%, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 1.900,18 ໂດລາ, ສະເລ່ຍເຂົ້າກິນ 460 kg/ຄົນ/ປີ.

ປັດຈຸບັນທົ່ວແຂວງ ມີບ້ານພັດທະນາຮອບດ້ານ 73 ບ້ານ, ສ້າງບ້ານໃຫຍ່ ເປັນຕົ້ນເມືອງນ້ອຍໃນຊົນນະບົດ ໄດ້ 1 ບ້ານ, ສ້າງບ້ານວັດທະນະທໍາໄດ້ 185 ບ້ານ ເທົ່າກັບ 74,59% ແລະ ກຸ່ມບ້ານວັດທະນະທໍາ 10 ກຸ່ມເທົ່າກັບ 23,80% , ມີນັກທ່ອງທ່ຽວເຂົ້າແຂວງ 1.608.622 ເທື່ອຄົນ ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 86,14%, ລື່ນແຜນການ 31%. ສ້າງລາຍຮັບສໍາພັດຈາກການ ທ່ອງທ່ຽວໄດ້ 86,66 ລ້ານໂດລາ, ສ້າງບ້ານແບບຢ່າງສາທາລະນະສຸກໄດ້ 224 ບ້ານ ກວມ 90,32%, ອັດຕາຊົມໃຊ້ນໍ້າສະອາດບັນລຸ 94,52%, ອັດຕາຊົມໃຊ້ວິດຖ່າຍຄົວເຮືອນ 88,73%, ສ້າງບ້ານແບບຢ່າງປະຕິບັດກົດໝາຍໄດ້ 211 ບ້ານ,

ມີເສັ້ນທາງຈາກຕົວເມືອງ ໄປຫາຊົນນະບົດສາມາດທ່ຽວໄດ້ 2 ລະດູ, ມີບ້ານຊົມໃຊ້ໄຟຟ້າແລ້ວ 240 ບ້ານ ກວມ 97,77% ປະຊາຊົນໄດ້ຊົມໃຊ້ສັນຍາໂທລະສັບ ລະບົບອິນເຕີເນັດ (2G, 3G ແລະ 4,5G) ຄວບຄຸມໄດ້ 5 ເມືອງເຂົ້າເຖິງ 245 ບ້ານ ກວມເອົາ 98,79%, ລຶບລ້າງເມືອງທຸກຍາກ ໄດ້ 2 ບ້ານ, ລຶບລ້າງບ້ານທຸກຍາກຍັງເຫຼືອ 31,45% ຂອງຈໍານວນບ້ານທັງໝົດທົ່ວແຂວງ, ໃນໄລຍະ 5 ປີຜ່ານມາ ສາມາດສ້າງສີມືແຮງງານໄດ້ 4.832 ຄົນ, ຍິງ 2.337 ຄົນ ສະໜອງແຕ່ລະຂົງເຂດວຽກງານທີ່ມີຄວາມຕ້ອງການ.