ວັນທີ 26 ພະຈິກ 2020 ທີ່ ກະຊວງການຕ່າງປະເທດ, ໄດ້ມີກອງປະຊຸມປຶກສາຫາລືທາງໄກ ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ດອນ ປະຣະມັດວິໄນ, ຮອງນາຍົກລັດຖະມົນຕີ, ລັດຖະມົນວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍບັນດາພະນັກງານຈາກກົມກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະຫຼອດໄລຍະ 70 ຜ່ານມາ ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນຮ່ວມກັນ ໃນວັນທີ 19 ທັນວາ 1950, ສະແດງອອກໃນການແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆຂອງສອງປະເທດຢ່າງເປັນປົກກະຕິ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ໄທ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຕໍ່ເຫດການອຸທົກກະໄພຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງລາວ ໃນໄລຍະຜ່ານມາ ລວມທັງການສະນັບສະໜູນ ແລະ ໃຫ້ຄວາມຊ່ວຍເຫຼືອໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ອີກດ້ວຍ.

ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ການສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ, ການຮ່ວມມືໃນການສະກັດກັ້ນ ແລະ ແນວທາງການຟື້ນຟູເສດຖະກິດ, ວຽກງານການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ, ບັນຫາ ໂຄວິດ-19, ການສົງເສີມການຄ້າ, ການເຊື່ອມໂຍງ, ການຄຸ້ມຄອງກິດຈະການຕາມແມ່ນໍ້າຂອງ-ນໍ້່າເຫືອງ, ການບໍລິຫານຈັດການແມ້ນໍ້າຂອງ, ການຮ່ວມມືເພື່ອການພັດທະນາ ແລະ ອື່ນໆ.ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ, ກົງໄປກົງມາ ແລະ ປະສົບຜົນສໍາເລັດຢ່າງຈົບງາມ.
ແຫຼ່ງຂໍ້ມູນ: ວສລ