ໄລຍະ 5 ປີຜ່ານມາ ແຂວງສາລະວັນ ມີຜົນງານອັນໂດດເດັ່ນຫຼາຍດ້ານ….

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ພະຈິກ 2020 ທີ່ສະໂມສອນແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສາລະວັນ.ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນທົບທວນ ຫວນຄືນຜົນສໍາເລັດໃນການຈັດ ຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີຜ່ານມາ, ສະຫຼຸບສັງລວມ, ຖອດຖອດບົດຮຽນທີ່ສຳຄັນ ແລະ ຈະໄດ້ພ້ອມກັນຄົ້ນຄ້ວາຕົກລົງຢ່າງເປັນເອກະສັນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ (2021-2025). ພ້ອມນີ້ ກອງປະຊຸມຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນຊຸດໃໝ່ເພື່ອສືບຕໍ່ຊີ້ນຳ-ນຳພາແຂວງສາລະວັນຕໍ່ໄປ ແລະ ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນຂອງແຂວງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທີ່ຈະຈັດຂຶ້ນໃນມໍ່ໆນີ້.

ນອກຈາກນີ້ຍັງຈະໄດ້ຮັບຟັງການໂອ້ລົມ ເພື່ອເປັນການຊີ້ທິດເຍືອງທາງຈາກສະຫາຍ ປ.ອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕື່ມອີກ.ໃນບົດລາຍງານການເມືອງ ເຊິ່ງສະເໜີໂດຍ: ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສາລະວັນ, ໄດ້ຍົກໃຫ້ເຫັນເຖິງສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ ເຊິ່ງມີຜົນງານອັນໂດດເດັ່ນຫຼາຍດ້ານ ໃນຫຼາຍຂົງເຂດວຽກງານ ໂດຍສະເພາະໃນວຽກງານເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຊິ່ງໃນໄລຍະຜ່ານມາ ເຖິງແມ່ນວ່າໄດ້ປະເຊີນໜ້າໂດຍກົງ ກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ແຕ່ກໍຍັງເຫັນວ່າແຂວງສາລະວັນ ຍັງໄດ້ມີການສ້າງສາພັດທະນາຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຖືກທິດ ລະດັບການຂະຫຍາຍຕົວທາງເສດຖະກິດ ໂດຍສະເລ່ຍ 7% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 20.595 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ ໄດ້ 9,72 ລ້ານກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.147 ໂດລາສະຫະລັດ.

ການລົງທຶນ 5 ປີ ສາມາດປະຕິບັດໄດ້ 6.000 ຕື້ກວ່າກີບ ທຽບໃສ່ແຜນການປະຕິບັດໄດ້ 81%, ໄດ້ຕັ້ງໜ້າປະຕິບັດວິໄນແຜນການ – ການເງິນຢ່າງເຂັ້ມງວດ, ການຈັດເກັບລາຍຮັບເຂົ້າງົບປະມານຂອງລັດ ປະຕິບັດໄດ້ 743,78 ຕື້ກີບ ທຽບໃສ່ແຜນການ ປະຕິບັດໄດ້ 99,10%, ລາຍຈ່າຍ ປະຕິບັດໄດ້ 1.292,41 ຕື້ກີບ ທຽບໃສ່ແຜນການ ປະຕິບັດໄດ້ 97,65%, ຂະບວນການຜະລິດກະສິກໍາເປັນສິນຄ້າ ຂອງປະຊາຊົນ ໄດ້ມີບາດກ້າວຂະຫຍາຍຕົວໃໝ່ ເປັນຕົ້ນໂຄງການປູກເຂົ້າ ເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າ ບັນລຸໄດ້ 1,9 ລ້ານກວ່າໂຕນ ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 13%, ສະມັດຕະພາບເຂົ້ານາປີ ແລະ ນາແຊງ ໄດ້ເພີ່ມຂຶ້ນ, ການປູກພືດທາດແປ້ງ ແລະ ພືດອຸດສາຫະກໍາອື່ນໆ ມີການຂະຫຍາຍຕົວຢ່າງໄວວາ, ຊາວກະສິກອນ ໄດ້ນໍາໃຊ້ເຕັກນິກໃໝ່ເຂົ້າໃສ່ການຜະລິດ ແລະ ມີລະດັບຄວາມຮູ້ວິທະຍາສາດຫຼາຍຂຶ້ນ.

ດ້ານທຶນຮອນການສ້າງເສັ້ນທາງຍຸດທະສາດປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ລຽບຕາມບໍລິເວນຊາຍແດນ ດ້ານຕາເວັນຕົກລຽບແຄມຂອງ ແລະ ບໍລິເວນຊາຍແດນດ້ານຕາເວັນອອກ ໄປສູ່ເຂດຫ່າງໄກສອກຫຼີກ ຂອງເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ, ສໍາເລັດການກໍ່ສ້າງຂົວເຊໂດນສາລະວັນ – ເຕົາປູນ ແລະ ຂົວທາງແຫ່ງຕ່າງໆຢ່າງຫຼວງຫຼາຍ. ຂະຫຍາຍໄຟຟ້າລົງສູ່ຊົນນະບົດ ກວມ 96,89% ຂອງບ້ານທັງໝົດ, ເອົາໃຈໃສ່ຄຸ້ມຄອງຊັບພະຍາກອນບໍ່ແຮ່, ຈັດສັນ ແລະ ອອກໃບຕາດິນ ໄດ້ລື່ນແຜນການ 17%. ວຽກງານວິທະຍາສາດເຕັກໂນໂລຊີ ກໍໄດ້ຫັນໄປສູ່ຄຸນນະພາບ ແລະ ມາດຕະຖານໃໝ່ເທື່ອລະກ້າວ. ໄປສະນີໂທລະຄົມ ແລະ ການສື່ສານ ກໍ່ໄດ້ຂະຫຍາຍຕົວຢ່າງກວ້າງຂວາງ, ສັນຍານໂທລະສັບສາມາດປົກຄຸມກວມ 94,3% ຂອງພື້ນທີ່ທົ່ວແຂວງ.

ການບໍລິການດ້ານສາທາລະນະສຸກ ກວມ 100% ຂອງຈໍານວນກຸ່ມບ້ານ, ຄຸນນະພາບການບໍລິການ – ການປິ່ນປົວ ໄດ້ຮັບການປັບປຸງດີຂຶ້ນ, ຍົກລະດັບໂຮງໝໍແຂວງ ໃຫ້ທັນສະໄໝຂຶ້ນອີກກ້າວໜຶ່ງ ພວກເຮົາ ສາມາດປີ່ນປົວ ດ້ວຍການຜ່າຕັດຜ່ານທໍ່ ແລະ ຟອກໝາກໄຂ່ຫຼັງ ໄດ້ຢ່າງມີປະສິດທິຜົນ, ສູ້ຊົນປະຕິບັດນະໂຍບາຍປິ່ນປົວແບບບໍ່ເສຍຄ່າ ໄດ້ເປັນຢ່າງດີ ເຮັດໃຫ້ປະຊາຊົນມີຄວາມເພິ່ງພໍໃຈຫຼາຍຂຶ້ນ, ເປັນເຈົ້າການປະຕິບັດບັນດາຄາດໝາຍຕ່າງໆ ເຮັດໃຫ້ອັດຕາການຕາຍຂອງແມ່ ແລະ ເດັກຫຼຸດລົງ, ບ້ານ ແລະ ຄອບຄົວແບບຢ່າງສາທາລະນະສຸກ ໄດ້ຂະຫຍາຍຕົວຢ່າງໄວວາ, ອັດຕາສ່ວນການຊົມໃຊ້ນ້ຳສະອາດ, ອັນພົ້ນເດັ່ນ ແມ່ນໄດ້ສຸມທຸກກໍາລັງເຂົ້າໃສ່ການເຝົ້າລະວັງການແຜ່ລະບາດຂອງໄຂ້ຍຸງລາຍ ແລະ ພະຍາດໂຄວິດ-19 ໄດ້ຢ່າງທັນການ ເຮັດໃຫ້ປະຊາຊົນໃນທົ່ວແຂວງ ປອດໄພຈາກເຊື້ອພະຍາດດັ່ງກ່າວ ໄດ້ເປັນຢ່າງດີ.

ດ້ານວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານ 3 ສ້າງ ໂດຍປະຕິບັດຕາມທິດນໍາຂອງພັກ ໄດ້ຫັນລົງກໍ່ສ້າງຮາກຖານຢ່າງຈິງຈັງ ດ້ວຍການຫັນເອົາພະນັກງານ ຫຼັກແຫຼ່ງຈຳນວນໜຶ່ງ ລົງກໍ່ສ້າງຮາກຖານການເມືອງ ແລະ ນໍາພາບໍລິຫານບ້ານໃນບ່ອນທີ່ມີຄວາມຫຍຸ້ງຍາກ; ສ້າງບ້ານໃຫຍ່ໃຫ້ຄ້າຍຄືຕົວເມືອງນ້ອຍ ຈຳນວນ 15 ບ້ານ ແລະ ໄດ້ກວດກາປະເມີນເບື້ອງຕົ້ນຄົບມາດຕະຖານແລ້ວ 3 ບ້ານ ຄື: ບ້ານແສນວັງ, ຂົວເສັດ ແລະ ບ້ານບຶງໄຊ, ໃນ 5 ປີຜ່ານມາ ຍັງໄດ້ສຸມທຶນຮອນເຂົ້າໃສ່ການແກ້ໄຂຄວາມທຸກຍາກ ເຮັດໃຫ້ຄອບຄົວທຸກຍາກຫຼຸດລົງ ຍັງເຫຼືອ 3.604 ຄອບຄົວ ກວມ 4,9 %, ບ້ານທຸກຍາກ ຍັງເຫຼືອ 52 ບ້ານ, ກວມ 8,9% ຂອງຈໍານວນບ້ານທັງໝົດ. ນອກຈາກນີ້ທ່ານ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສາລະວັນ ຍັງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນຫລາຍດ້ານ, ລວມເຖິງບັນດາຈຸດອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ, ລວມເຖິງບັນດາທິດທາງໜ້າທີ່ຈຸດສຸມ, ທິດທາງລະອຽດແຕ່ລະດ້ານ 5 ປີຕໍ່ໜ້າ (2021-2025) ຕື່ມອີກ. ສໍາລັບກອງປະຊະໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ IX ຈະດໍາເນີນເປັນເວລາສອງວັນຈີ່ງຈະສໍາເລັດ.

ແຫຼ່ງຂໍ້ມູນ: ວສລ

Comments