ແຂວງວຽງຈັນ ພວມກະກຽມ ຈັດໂຮມຊຸມນຸມສະເຫຼີມສະຫຼອງ ຜົນສໍາເລັດຂອງກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງ ຄັ້ງທີ VI ຕິດພັນກັບມູນເຊື້ອວັນຊາດທີ 2 ທັນວາ , ວັນເກີດຂອງປະທານໄກສອນ ພົມວິຫານ ເພື່ອເຜີຍແຜ່ ໃຫ້ການນໍາຫຼັກແຫຼ່ງ, ຕະຫຼອດຮອດ ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າ ພາຍໃນແຂວງຮັບຮູ້ ,ເຂົ້າໃຈ ໂດຍຈະນໍາເອົາເນື້ອໃນຂອງກອງປະຊຸມ ແລະ ປະຫວັດສາດຂອງຊາດ ສ້າງເປັນຄໍາຖາມ, ຄໍາຕອບ ລົງສູ່ແຕ່ລະເມືອງ, ກຸ່ມບ້ານ, ບ້ານຈຸດສຸມ ພາຍໃນແຂວງ ໃຫ້ເປັນຂະບວນກວ້າງຂວາງ.

ທ່ານຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໃຫ້ສໍາພາດວ່າ: ໂອກາດສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 45ປີ ແລະວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແຂວງວຽງຈັນ ຈະຈັດຫຼາຍກິດຈະກໍາ ເປັນຕົ້ນ: ປະຖາກະຖາ ເລົ່າຄືນມູນເຊື້ອຊີວິດການເຄື່ອນໄຫວປະຕິວັດປະທານ ໄກສອນ ພົມວິຫານ ແລະ ຈັດພິທີຮັບສະມາຊິກອານຸຊົນ, ເຍົາວະຊົນ ຢູ່ຕໍ່ໜ້າອານຸສອນສະຖານ ໄກສອນ ພົມວິຫານ ຢູ່ແຂວງ ແລະ ທຸກໆເມືອງ, ເພາະແຂວງວຽງຈັນມີເມືອງວິລະຊົນ ຄື ເມືອງແມດ ແລະ ຕາແສງວິລະຊົນ ແມ່ນຢູ່ເມືອງເຟືອງ.

ສະເພາະຢູ່ເມືອງເຟືອງ ມີຕົ້ນໄມ້ແຕ້ຕົ້ນໜຶ່ງ ໂດຍຕັ້ງຊື່ວ່າ ຕົ້ນຈາລຶກຄວາມແຄ້ນ ຢູ່ບ້ານນາທົ່ວ ໂດຍກໍານົດຈັດກິດຈະກໍາຢູ່ສະຖານທີ່ແຫ່ງນັ້ນ ຍ້ອນວ່າໃນສະໄໝຕໍ່ສູ້ກູ້ຊາດ ລູກຫລານຊາວເມືອງເຟືອງຜູ້ພິລະອາດຫານ ໄດ້ເຂົ້າຮ່ວມຂະບວນການປະຕິວັດ ຕໍ່ສູ້ກັບຈັກກະພັດຜູ້ຮຸກຮານ ໃນນີ້ ມີນັກຮົບປະຕິວັດຖືກພວກສັດຕູຈັບກຸມ ເອົາມາຂ້າຖິ້ມດ້ວຍການແຂວນຄໍ ຢູ່ຕົ້ນແຕ້ຕົ້ນນີ້ເຖິງ 17 ສະຫາຍ, ເຊິ່ງປະຈຸບັນອົງການປົກຄອງເມືອງເຟືອງ ແຂວງວຽງຈັນ ພວມປັບປຸງສະຖານທີ່ແຫ່ງນີ້ໃຫ້ເປັນຫໍມູນເຊື້ອ ໂດຍເອົາວັດຖຸສິນເສິກຂອງສັດຕູທີ່ໃຊ້ເຂັ່ນຂ້ານັກຮົບປະຕິວັດ, ຮູບພາບ ແລະ ລາຍຊື່ນັກຮົບທີ່ເສຍສະຫລະຊີວິດຢູ່ແຫ່ງນັ້ນ ມາວາງສະແດງໃຫ້ມວນຊົນໄດ້ເຂົ້າຊົມ ແລະ ຮຽນຮູ້ປະຫວັດສາດແຫ່ງການຕໍ່ສູ້ຂອງຊາວເມືອງເຟືອງ.

ນອກຈາກນັ້ນ ຍັງປັບປຸງນໍ້າສ້າງແຫ່ງໜຶ່ງ ຢູ່ມືອງທຸລະຄົມ ທີ່ພວກລ່າເມືອງຂຶ້ນແບບເກົ່າ ໄດ້ຈັບເອົານັກຄອມມຸນິດ ຫຼື ອາສາສະໝັກຊ່ຽວຊານຫວຽດນາມຖິ້ມລົງນໍ້າສ້າງແຫ່ງນັ້ນ. ພ້ອມກັນນັ້ນ ກໍພວມປະດິດແຕ່ງເພັງຮ້ອງ , ຂັບລໍາ, ບົດຟ້ອນ, ບົດສະແດງຈໍານວນໜຶ່ງ ເພື່ອຮ່ວມສ້າງ ບັນຍາກາດໃຫ້ມີຄວາມເບີກບານມ່ວນຊື່ນ, ນອກນັ້ນ ຍັງມີຂະບວນແຂ່ງຂັນກິລາບານເຕະ, ເປຕັງ, ດອກປີກໄກ່ ຊິງຂັນທ່ານເຈົ້າແຂວງ, ຂະບວນຂີ່ລົດຖີບເພື່ອຫລຸດຜ່ອນອຸປະຕິເຫດ, ຫລຸດຜ່ອນຜົນກະທົບສິ່ງແວດລ້ອມ