ໃນວັນທີ 13 ພະຈິກ 2020 ນີ້, ຢູ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານຕະຫຼາດ ນັດແຮງງານ ເພື່ອເປັນການເປີດໂອກາດໃຫ້ແກ່ນັກສຶກສາທີ່ຮຽນຈົບໃໝ່ ຫຼື ຜູ້ທີ່ກໍາລັງຕ້ອງການຊອກວຽກເຮັດງານທຳ,

ເປັນກຽດເຂົ້າຮ່ວມໂດຍ ທ່ານ ສຈ.ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ເສິນຊິນຫຼູ ປະທານສະພາການຄ້າກວາງຊີ ສປ ຈີນ ປະຈໍາ ລາວ, ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍລາວ ແລະທ່ານ ໂຫລໝິງ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍຈີນ, ມີບັນດາບໍລິສັດ ຫ້າງຮ້ານຕ່າງໆ ພ້ອມດ້ວຍພະນັກງານ, ຄູອາຈານ ແລະນັກສຶກສາເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ອະທິການບໍດີ ມຊ ໄດ້ກ່າວວ່າ: ການຈັດງານຕະຫລາດນັດແຮງງານ ໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ແລະເພື່ອເປັນການເປີດໂອກາດໃຫ້ແກ່ນັກສຶກສາທີ່ຮຽນຈົບມາຈາກພາຍໃນ ແລະຕ່າງປະເທດ ຫຼື ຜູ້ທີ່ຕ້ອງການຊອກວຽກເຮັດງານທຳ ໃຫ້ໄດ້ມີໂອກາດມາສະໝັກຊອກວຽກຕາມທີ່ຕົນເອງຕ້ອງການໄດ້, ພ້ອມນັ້ນ ຍັງສາມາດຕອບສະໜອງໄດ້ຕາມສາຍຮຽນທີ່ຕົນເອງຮຽນຈົບມາ ແລະໄດ້ນຳໃຊ້ຄວາມຮູ້ຄວາມສາມາດທີ່ຕົນເອງມີ ມານຳໃຊ້ໃຫ້ເກີດຜົນປະໂຫຍດຢ່າງສູງສຸດ.

ທ່ານກ່າວຕື່ມວ່າ: ສໍາລັບງານໃນຄັ້ງນີ້ ມີ 24 ບໍລິສັດເຂົ້າຮ່ວມ, ມີທັງບໍລິສັດລາວ ແລະບໍລິສັດຈີນທີ່ດຳເນີນທຸລະກິດຢູ່ລາວ ມາເປີດຮັບສະໝັກພະນັກງານ. ນອກຈາກເປີດຮັບສະໝັກພະນັກງານແລ້ວ ຍັງໄດ້ມີການວາງສະແດງຜະລິດຕະພັນຂອງບໍລິສັດນຳອີກ ເຊິ່ງເປັນການເປີດໂອກາດໃຫ້ແກ່ນັກສຶກສາ ໄດ້ສຶກສາຮຽນຮູ້ ແລະເຂົ້າໃຈທ່າແຮງຂອງແຕ່ລະບໍລິສັດ ກ່ອນທີ່ຈະຕັດສິນໃຈສະໝັກເຮັດວຽກກັບບໍລິສັດໃດໜຶ່ງ

ເຊິ່ງເປັນການຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດໄດ້ເປີດກວ້າງ ໃນການຮັບພະນັກງານທົ່ວໄປໃນສັງຄົມ, ຖືວ່າເປັນແນວທາງນະໂຍບາຍຂອງພັກ ແລະລັດຖະບານລາວ ໄດ້ກະຕຸກຊຸກຍູ້ສົ່ງເສີມຕະຫຼອດມາ ແລະມັນເປັນການເປີດໂອກາດອັນກວ້າງໃຫ້ທຸກຄົນ ໄດ້ມີສິດເຂົ້າເຖິງແຫຼງວຽກເຮັດງານທຳດ້ວຍຕົນເອງ ໂດຍເໝາະສົມກັບສິ່ງທີ່ຕົນເອງຖະໜັດ ຫຼື ຕາມຄວາມສາມາດທີ່ຕົນເອງມີ ເພື່ອຊ່ວຍໃຫ້ຜູ້ທີ່ຮຽນຈົບມາ ໄດ້ໃຊ້ຄວາມຮູ້ຄວາມສາມາດເຂົ້າໃນການເຮັດວຽກງານຕົວຈິງ.
ແຫຼ່ງຂໍ້ມູນ: ຊີອາໄອ