ສຳນັກຂ່າວຣອຍເຕີ ລາຍງານວ່າ: Toyota Motor Corp ມີຜົນປະກອບການດີຂຶ້ນຫຼາຍກວ່າ 2 ເທົ່າ, ຕາມການຄາດການກຳໄລຈາກການດຳເນີນງານມາໜຶ່ງປີ ເນື່ອງຈາກຍອດຂາຍລົດຟື້ນຕົວຢ່າງແຂງແຮງ ຈາກແຮງກົດດັນຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດຈີນ ເມື່ອຕົ້ນປີນີ້, ເຊິ່ງສົ່ງຜົນໃຫ້ກຳໄລໃນໄຕມາດ 2 ຫຼຸດລົງ 24%.

ຜູ້ຜະລິດລົດຍົນຊັ້ນນຳຂອງຍີ່ປຸ່ນກ່າວວ່າ: ຂະນະນີ້ຄາດວ່າຈະມີກຳໄລຈາກການດຳເນີນງານ 1.3 ລ້ານລ້ານເຢນ (12.6 ພັນລ້ານໂດລາສະຫະລັດ) ໃນສົກປີນີ້ຈົນຮອດ ເດືອນມີນາ ປີ 2021 ເພີ່ມຂຶ້ນຈາກ 500 ພັນລ້ານທີ່ຄາດການໄວ້ກ່ອນໜ້ານີ້, ແຕ່ກໍຍັງຫຼຸດລົງຈາກຜົນກໍາໄລໃນ ສົກປີ 2019 ທີ່ໄດ້ຍອດເຖິງ 2.47 ລ້ານລ້ານເຢນ.
ຕົວເລກຄາດຄະເນກໍາໄລທີ່ຖືກປະກາດຮອບນີ້ ມີຄ່າສູງກວ່າ ສະເລ່ຍປະມານ 1.25 ລ້ານລ້ານເຢນ ສຳລັບກຳໄລຕະຫຼອດປີຈາກນັກວິເຄາະ 26 ຄົນທີ່ສຳຫຼວດໂດຍ Refinitiv.

ປະທານເຈົ້າໜ້າທີ່ຝ່າຍການເງິນ Kenta Kon ກ່າວວ່າ: ສຳລັບໄຕມາດທີ 2 ຂອງສົກປີ ຕັ້ງແຕ່ເດືອນກໍລະກົດ ຮອດກັນຍາ ຜົນກຳໄລຈາກການດຳເນີນງານຫຼຸດລົງເຫຼືອ 506 ພັນລ້ານເຢນ ຈາກ 662.4 ພັນລ້ານເຢນ ໃນຊ່ວງດຽວກັນຂອງປີກ່ອນ ຈາກການຄຳນວນຂອງ Reuters ເນື່ອງຈາກຍອດຂາຍຫຼຸດລົງ ໃນຂະນະໄດ້ຮັບຜົນກະທົບຈາກ ໂຄວິດ-19 ໃນທົ່ວໂລກ ແຕ່ຕົວເລກກໍໄດ້ສະແດງໃຫ້ເຫັນຄວາມຄືບໜ້າແລ້ວ ເມື່ອທຽບກັບເດືອນເມສາ ຫາ ມິຖຸນາ.
“ຖ້າປຽບທຽບໄຕມາດທີ 2 ກັບໄຕມາດ ທຳອິດ ຈະເຫັນໄດ້ວ່າມີການຟື້ນຕົວຫຼາຍຂຶ້ນ” Kon ກ່າວໃນຂະນະທີ່ຖະແຫຼງຂ່າວ

ຜູ້ຜະລິດ ລົດ crossover RAV4 sports utility vehicle (SUV) ແລະ Prius gasoline hybrid ຄາດວ່າຈະຂາຍໄດ້ 9.42 ລ້ານຄັນໃນປີນີ້ ເພີ່ມຂຶ້ນ 3.5% ຈາກການຄາດການກ່ອນໜ້ານີ້ທີ່ 9.1 ລ້ານຄັນໃນປີນີ້ ແຕ່ຍັງຕໍ່າກວ່າຍອດຂາຍຂອງປີທີ່ແລ້ວຢູ່ທີ 10.46 ລ້ານຄັນ.
ເຖິງວ່າຈະຫຼຸດລົງກວ່າປີທີ່ຜ່ານມາແຕ່ຄວາມຕ້ອງການກໍກັບມາ ໂດຍສະເພາະໃນຈີນ ຊຶ່ງເປັນຕະຫຼາດລົດທີ່ໃຫຍ່ທີ່ສຸດໃນໂລກ ຂອງ Toyota ແລະ ຄູ່ແຂ່ງກຳລັງເລັງຄວາມຫວັງໃນການຟື້ນຕົວໃນການຊະນະທຸລະກິດບ່ອນນັ້ນ ເນື່ອງຈາກຈີນຟື້ນຕົວຈາກການລະບາດຂອງ ໂຄວິດ-19 ໄດ້ໄວກວ່າປະເທດອື່ນ ຍອດຂາຍລົດໂດຍລວມໃນປະເທດຈີນ ຂອງເດືອນກັນຍາ ເພີ່ມຂຶ້ນ 12.8% ຊຶ່ງເປັນກຳໄລຕໍ່ເດືອນຕິດຕໍ່ກັນ 6 ຄັ້ງ ເຖິງວ່າຍອດຂາຍຍັງຕໍ່າກວ່າຊ່ວງເວລາດຽວກັນຂອງປີກ່ອນເຖິງ 6.9% Toyota ໄດ້ເຫັນຄວາມຕ້ອງການລົດໄຟຟ້າ ແລະ ແບຣນດັງ Lexus ໃນປະເທດຈີນເພີ່ມຂຶ້ນ.
ຜູ້ບໍລິຫານລະດັບສູງຂອງໂຕໂຍຕ້າໃນປະເທດຈີນກ່າວໃນເດືອນກັນຍາວ່າ ຍອດຂາຍລົດໄຟຟ້າທົ່ວໂລກປະຈຳປີອາດຈະສູງເຖິງ 5.5 ລ້ານຄັນໃນປີ 2025 ຊຶ່ງໄວກວ່າທີ່ວາງແຜນໄວ້ໃນຕອນ 5 ປີທຳອິດ.