ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະ ມົນຕີ ປະທານຄະນະກໍາມະການຮ່ວມມືລາວ – ຫວຽດນາມ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ກວດກາ ຄວາມຄືບໜ້າໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ ເມື່ອບໍ່ດົນມານີ້ ຊຶ່ງເປັນຂອງຂວັນຈາກພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ໃນໂອກາດທີ່ ທ່ານ ຫງວຽນຝູຈ້ອງ ເລຂາ ທິການໃຫຍ່ພັກກອມມູນິດຫວຽດນາມ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 24-26 ພະຈິກ 2016.

ໂຄງການກໍ່ສ້າງ ຫໍສະພາແຫ່ງຊາດລາວຫຼັງໃໝ່ ໂດຍແມ່ນ ແມ່ທັບນ້ອຍ 11 ກະຊວງປ້ອງກັນປະເທດຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ. ໂອກາດນີ້, ທ່ານ ພັນເອກ ຫງວຽນຈຽນ ຮອງຜູ້ບັນຊາການແມ່ທັບນ້ອຍ 11 ໄດ້ລາຍງານສະພາບການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່, ພ້ອມທັງຢັ້ງຢືນ ຄວາມຮັບຜິດຊອບໜ້າທີ່ການເມືອງຂອງແມ່ທັບນ້ອຍ 11 ໃນການ ຜັນຂະຫຍາຍວຽກງານກໍ່ສ້າງ ດັ່ງກ່າວ ດ້ວຍຄວາມຮັບຜິດ ຊອບສູງ ຊຶ່ງສະແດງໃຫ້ເຫັນ ເຖິງນໍ້າໃຈສັດຊື່ບໍລິສຸດ ຫວຽດນາມ – ລາວ ອ້າຍນ້ອງ.

ທ່ານ ພັນເອກ ຫງວຽນຈຽນ ໃຫ້ຮູ້ຕື່ມວ່າ: ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ນີ້, ໄດ້ເລີ່ມລົງມືແຕ່ເດືອນ ກໍລະກົດ ປີ 2018 ດ້ວຍຄວາມເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຕັ້ງໜ້າອອກແຮງປະຕິບັດຜ່ານຜ່າທຸກຄວາມຫຍຸ້ງຍາກ ໂດຍປະຕິບັດມະຕິເລກທີ 06/ນຍ ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ບັນດາຂໍ້ກໍານົດ ວ່າດ້ວຍການສະກັດກັ້ນ ຄວບຄຸມ ແລະ ປ້ອງກັນໂຄວິດ-19, ຮັບປະກັນດ້ານສຸຂະພາບຂອງຜູ້ອອກແຮງງານ ໃນການປະຕິບັດໜ້າທີ່ໃຫ້ມີຄວາມຄືບໜ້າ. ປັດຈຸບັນ, ໂຄງການສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ ກໍາລັງຢູ່ໃນຂັ້ນຕອນການຕົບ ແຕ່ງພາຍໃນ. ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ໄດ້ສ້າງສຳ ເລັດໂດຍພື້ນຖານ, ບັນດາວິສະວະກອນ, ກຳມະກອນ ຂອງກົມກອງພວມຂຸ້ນຂ້ຽວຕິດຕັ້ງບັນດາອຸປະກອນເຕັກນິກ, ຕົບແຕ່ງພາຍໃນໃຫ້ສໍາເລັດໂດຍໄວ ເພື່ອທີ່ຈະມອບ-ຮັບໃນໄຕມາດທີ I-2021.
ແຫຼ້່ງຂໍ້ມູນ: ປະຊາຊົນ