ນັກລົງທຶນຕ່າງປະເທດ ສຳປະທານເນື້ອທີ່ດິນລັດ ແຕ່ບໍ່ປະຕິບັດຕາມສັນຍາ…..

ປະຊາຊົນແຂວງເຊກອງຮຽກຮ້ອງໃຫ້ລັດຖະບານກວດຄືນກ່ຽວກັບການສຳປະທານດິນລັດຂອງນັກລົງທຶນຕ່າງປະເທດ ທີ່ມີຫຼາຍກວ່າ 100 ເຮັກຕາພາຍໃນແຂວງ ຍ້ອນວ່ານັກລົງທຶນບໍ່ປະຕິບັດຕາມສັນຍາຕາມການສະເໜີປູກພືດປອດສານພິດ ແຕ່ຫັນໄປປູກພຶດອື່ນແທນ.

ກໍຣະນີຄົນຕາຍຍ້ອນເຄມີ ສວນກ້ວຍ

ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 16 ແຂວງເຊກອງ ທ່ານ ພອນເພັດ ຄິວລາວົງ ທັງເປັນປະທານສະພາປະຊາຊົນແຂວງເຊກອງໄດ້ໃຫ້ສຳພາດຕໍ່ສຳນັກຂ່າວທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ແຂວງເຊກອງ ກໍເໝືອນກັບແຂວງອື່ນໆໃນຂອບເຂດທົ່ວປະເທດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19 ໄດ້ເຮັດໃຫ້ສະພາບໂດຍລວມທົ່ວໄປພາຍໃນແຂວງພົບຄວາມຫຍຸ້ງຍາກ.

Facebook

ບັນຫາພົ້ນເດັ່ນທີ່ປະຊາຊົນໄດ້ສະເໜີອຳນາດການປົກຄອງແຂວງແກ້ໄຂຫຼາຍກວ່າໝູ່ແມ່ນການສຳປະທານທີ່ດິນລັດຂອງນັກລົງທຶນຕ່າງປະເທດທີ່ຍັງບໍ່ປະຕິບັດຕາມສັນຍາ ຊຶ່ງປະຊາຊົນຮຽກຮ້ອງໃຫ້ລັດຖະບານປະເມີນຄືນກ່ຽວກັບການສຳປະທານທີ່ດິນ ທີ່ນັກລົງທຶນໄດ້ສະເໜີປູກພືດປອດສານພິດ ແຕ່ສຸດທ້າຍພັດປູກໝາກນ໋ອດ, ໝາກອຶ, ໝາກເຜັດ, ປູກກ້ວຍ, ໝາກມັງກອນ ທີ່ໃຊ້ສານເຄມີ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງກັບການສໍາປະທານດິນລັດ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments