ວັນທີ 27 ຕຸລານີ້, ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວໄດ້ຜ່ານບົດລາຍງານວຽກງານລັດຖະບານຕໍ່ກອງປະຊຸມຄັ້ງທີ 10 ຂອງສະພາແຫ່ງຊາດສະໄໝທີ 8 ວ່າ: ເຖິງວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ບັນຫາໜີ້ສິນ ແລະ ໄພນ້ຳຖ້ວມທີ່ເກີດຂຶ້ນໃນໄລຍະມໍ່ໆມານີ້,

ແຕ່ການກໍ່ສ້າງໂຄງການໃຫຍ່ຕ່າງໆ ເຊັ່ນ: ທາງລົດໄຟລາວ-ຈີນ, ທາງດ່ວນວຽງຈັນ-ວັງວຽງເປັນຕົ້ນ ໄດ້ຊຸກຍູ້ການພັດທະນາເສດຖະກິດແຫ່ງຊາດລາວ, ລັດຖະບານມີຄວາມເຫັນໄປໃນແງ່ດີຕໍ່ການຟື້ນຄືນຂອງເສດຖະກິດ ແລະ ຈະຮັກສາຄາດໝາຍການເຕີບໂຕຂອງເສດຖະກິດໃນປີນີ້ບໍ່ມີການປ່ຽນແປງ ຄື 3,3%.

ສ່ວນໃນວັນທີ 19 ຕຸລານີ້, ໃນເວລາເຂົ້າຮ່ວມກອງປະຊຸມສຸດຍອດ ແລະກອງປະຊຸມເວທີປຶກສາຫາລືທາງອິນເຕີເນັດຂອງ “ຂໍ້ລິເລີ່ມ 3 ທະເລ”, ທ່ານໄມ ພົມເພວໄດ້ໃສ່ຮ້າຍປ້າຍສີວ່າ: “ສັນຍາກໍ່ສ້າງພື້ນຖານໂຄງລ່າງຂອງຈີນໄດ້ເປັນໄພອັນຕະລາຍຕໍ່ຫຼາຍປະເທດ, ເຊັ່ນ ລາວ, ມົງເຕເນໂກລ ແລະ ປາກິດສະຖານ.” ສ່ວນທາງລົດໄຟລາວ-ຈີນ ແລະ ທາງດ່ວນວຽງຈັນ-ວັງວຽງ, ກໍແມ່ນໂຄງການພື້ນຖານໂຄງລ່າງທີ່ຈີນ ແລະ ລາວຮ່ວມມືກັນກໍ່ສ້າງ.

ທ່ານທອງລຸນ ສີສຸລິດໄດ້ຕີລາຄາຢ່າງສູງຕໍ່ໂຄງການພື້ນຖານໂຄງລ່າງທີ່ຈີນແລະລາວຮ່ວມກັນກໍ່ສ້າງໃນບົດລາຍງານວຽກງານລັດຖະບານໃນປີນີ້, ນີ້ກໍເປັນການຕອບໂຕ້ທີ່ດີຕໍ່ຖ້ອຍຄຳຫຼອກລວງຂອງທ່ານໄມ ພົມເພວ.ປະເທດລາວຍັງມີຄວາມຫຍຸ້ງຍາກຫຼາຍຢ່າງໃນການກໍ່ສ້າງພື້ນຖານໂຄງລ່າງ, ຍັງຕ້ອງການສ້າງທາງຫຼວງ, ທາງລົດໄຟ, ຂົວ, ສະໜາມບິນເປັນຈຳນວນຫຼວງຫຼາຍ. ຖ້າທ່ານໄມ ພົມເພວເອົາໃຈໃສ່ຕໍ່ການພັດທະນາຂອງລາວຢ່າງແທ້ຈິງ, ກໍຄວນສ້າງທາງຫຼວງ, ສະໜາມບິນ ແລະ ພື້ນຖານໂຄງລ່າງອື່ນໆໃຫ້ແກ່ລາວ, ຫາກບໍ່ແມ່ນໃສ່ຮ້າຍປ້າຍສີໂຄງການຮ່ວມມືລະຫວ່າງລາວກັບປະເທດອື່ນ.
ແຫຼ່ງຂໍ້ມູນ: ຊີອາໄອ