ໂຄງການລົດໄຟລາວ-ຈີນ ກ້າວເຂົ້າສູ່ຄວາມສຳເລັດຄັ້ງສຳຄັນ…

ໂຄງການລົດໄຟລາວ-ຈີນ ກ້າວເຂົ້າສູ່ຄວາມຄວາມສຳເລັດຄັ້ງສຳຄັນ…

ຕາມແຫຼ່ງຂ່າວ CGTN ໄດ້ລາຍງານໃນວັນທີ 21 ຕຸລາ 2020 ວ່າ: ໂຄງສ້າງຫຼັກຂອງຂົວ Super ໃນທາງລົດໄຟຈີນ – ລາວ ສຳເລັດແລ້ວ ເນື່ອງຈາກທັງສອງຝັ່ງຂົ້ວຂ້າມແມ່ນ້ຳ Amo ທີ່ມີຄວາມຍາວ 617 ແມັດ ໄດ້ເຊື່ອມຕໍ່ກັນແລ້ວ.

ນັບວ່າເປັນກ້າວທີ່ສຳຄັນໃນການກໍ່ສ້າງທາງລົດໄຟຂ້າມຊາຍແດນ. ລົດໄຟລາວ – ຈີນເປັນໂຄງການເຊື່ອມຕໍ່ທາງຍຸດທະສາດໃນໂຄງການລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (Belt and Road Initiative) ທີ່ສະເໜີໂດຍຈີນ.

ຄາດວ່າຈະໃຫ້ສຳເລັດ ແລະ ເປີດໃຫ້ບໍລິການໄດ້ພາຍໃນທ້າຍປີ 2021, ຊຶ່ງໃນເວລານັ້ນການເດີນທາງຈາກເມືອງຄຸນໝິງ, ແຂວງຢຸນນານ, ຫາ ນະຄອນຫຼວງວຽງຈັນຂອງລາວ ຈະຖືກຕັດລົງເປັນເວລາພຽງໜຶ່ງຄືນ.

ຂໍ້ມູນລາຍລະອຽດເພີ່ມຕື່ມ: https://news.cgtn.com/news/

Comments