ພູເບ້ຍ ມາຍນິງ ມອບລົດເກັບຕົວຢ່າງກວດເຊື້ອ ໂຄວິດ-19 ໃຫ້ກະຊວງສາທາ…

ໃນວັນທີ 19 ຕຸລາ 2020 ຜ່ານມານີ້ ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິ ສັດ ພູເບ້ຍ ມາຍນິງ (PBM) ໄດ້ມອບລົດເກັບຕົວຢ່າງກວດຫາເຊື້ອພະຍາດ ໂຄວິດ-19 ຄັນທໍາອິດໃນລາວ ມູນຄ່າ 68.000 ໂດລາສະຫະລັດ ມອບໃຫ້ກະຊວງສາທາລະນະສຸກ ຕາງໜ້າຮັບໂດຍແມ່ນທ່ານ ຮສຈ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ ໂດຍມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ລົດເກັບຕົວຢ່າງດັ່ງກ່າວ ຈະຖືກນໍາໃຊ້ໂດຍ ສູນວິເຄາະ ແລະ ລະບາດວິທະຍາ ເພືີ່ອລົງເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ແລະ ຕົວຢ່າງອືີ່ນໆ ເພື່ອການກວດວິເຄາະ ໃນທົ່ວປະເທດ ໂດຍສະເພາະຜູ້ທີ່ອາໄສຢູ່ໃນແຂວງທີ່ຫ່າງໄກ. ລົດເກັບຕົວຢ່າງຄັນນີ້ ທີີ່ຖືກຕິດຕັ້ງອຸປະກອນຄົບຊຸດເທິງ ແລະ ອອກແບບຢ່າງທັນສະໄໝເຊິີ່ງລວມມີເຄື່ອງກວດວິເຄາະ, ແອເຢັນ, ດອກໄຟ, ເຄືີ່ອງຂ້າເຊື້ອແບບໂອໂຊນ, ກ້ອງວົງຈອນປິດ ແລະ ໄມສືີ່ສານ ໂດຍມີ ການຄວບຄຸມຢ່າງລວມສູນ. ການອອກແບບຂອງໂຕລົດເກັບຕົວຢ່າງຍັງມີ ອຸປະກອນປ້ອງກັນສ່ວນບຸກຄົນເຊິື່ງເຮັດໃຫ້ບຸກຄະລາກອນທາງການແພດ ສາມາດເກັບຕົວຢ່າງຈາກພາຍໃນໂຕລົດຜ່ານຜ້າປ້ອງກັນແຂນ.

ທ່ານ ຈັນເພັງ ບຸນນະຜົນ ໄດ້ກ່າວເຖີງຄວາມມຸ່ງໝັ້ນຂອງບໍລິສັດ ພູເບ້ຍ ມາຍນິງ ໃນການສະໜັບສະໜູນການເຂົົ້າເຖິງການບໍລິການທາງການແພດໃນປະເທດ ກໍຄືຄວາມມຸ່ງໝັ້ນຕໍ່ການພັດທະນາແບບຍືນຍົງຂອງ ບໍລິສັດ ໂດຍລວມ, ບໍລິສັດ ພູເບ້ຍ ສືບຕໍ່ເພີ່ມທະວີການບໍລິການສຸຂະພາບໃຫູ້ລັດຖະບານລາວ ແລະ ປະຊາຊົນລາວ, ລວມທັງວິທີປົກປ້ອງສະຫວັດດີພາບດ້ານຄວາມປອດໄພຂອງບຸກຄະລາກອນແພດທີີ່ໃຫ້ບໍລິການ.

ແຫຼ່ງຂໍ້ມູນ: ຂປລ

Comments