ໃນອາທິດຜ່ານມານີ້ ຊາວຈີນຫຼາຍໝື່ນຄົນ ໄດ້ນຳໃຊ້ເງິນຢວນດີຈິຕ໋ອນ ໃນປ້ຳນ້ຳມັນ Walmart ແລະ ຮ້ານສະດວກຊື້ທົ່ວສູນກາງເຕັກໂນໂລຊີ ທາງຕອນໃຕ້ຂອງ ເຊິນເຈິນ ການທົດລອງຄັ້ງນີ້ ໄດ້ດຳເນີນໄປຢ່າງບໍ່ເຄີຍມີມາກ່ອນທາງດ້ານຂອບເຂດ ແລະຂະໜາດ. ໂດຍບໍ່ພົບຄວາມຫຍຸ້ງໃດໆ ເຮັດໃຫ້ເສດຖະກິດອັນດັບ 2 ຂອງໂລກ ກ້າວໄປສູ່ແຖວໜ້າ ເພື່ອການພັດທະນາສະກຸນເງິນ.

ການທົດສອບໃນໂລກແຫ່ງຄວາມເປັນຈິງ ຖືເປັນການທົດລອງທີ່ໃຫຍ່ທີ່ສຸດ ໃນແງ່ຂອງຜູ້ໃຊ້ ແລະ ເງິນທີ່ກ່ຽວຂ້ອງ ເນື່ອງຈາກທະນາຄານກາງຂອງຈີນ ເລີ່ມທົດລອງໃຊ້ເງິນສົດດິຈິຕ໋ອນຂອງຕົນ ໃນບາງຕົວເມືອງ ໃນເດືອນເມສາ, ລັດຖະບານໃນເຊິນເຈິນໄດ້ມອບເງິນໃໝ່ຈຳນວນ 10 ລ້ານຢວນ (1,5 ລ້ານໂດລາ) ຊຶ່ງເອີ້ນວ່າ: Digital Currency Electronic Payment (DCEP) ໃຫ້ກັບປະຊາຊົນທີ່ຄັດເລືອກແບບສຸ່ມ 50,000 ຄົນ ຜ່ານການຈັບສະຫຼາກລາງວັນໃນແອັບກະເປົາເງິນ ຜູ້ຊະນະແຕ່ລະຄົນຈະໄດ້ຮັບ 200 ຢວນ ເພື່ອໃຊ້ຈ່າຍກັບຮ້ານຄ້າຂາຍຍ່ອຍຫຼາຍກວ່າ 3,000 ແຫ່ງ ຊຶ່ງຕັ້ງຢູ່ຕົວເມືອງໜຶ່ງໃນເມືອງໃຫຍ່.

ສິ່ງທີ່ດີທີ່ສຸດ ໃນອາທິດການລົງຢ້ຽມຢາມເຊິນເຈິນ ຂອງປະທານາທິບໍດີ Xi Jinping ຖືເປັນກ້າວທີ່ຍິ່ງໃຫຍ່ທີ່ສຸດໃນການທະເຍີທະຍານຂອງ ປັກກິ່ງ ໃນການຕິດຕາມ ແລະ ຄວບຄຸມເສດຖະກິດດິຈິຕ໋ອນຢ່າງວ່ອງໄວ ແລະ ອາດຈະຊຸກຍູ້ສະຖານະຂອງເງິນຢວນໃນບົດບາດຂອງຖານະສະກຸນເງິນທົ່ວໂລກ ເງິນຢວນດິຈິຕ໋ອນ ຈະມີຜົນກະທົບທີ່ກວ້າງຂຶ້ນສຳລັບເສດຖະກິດທີ່ສະດວກສະບາຍຢູ່ແລ້ວ ກັບການເຮັດທຸລະກຳແບບບໍ່ໃຊ້ເງິນສົດ ແລະ ມືຖື ຊຶ່ງປັດຈຸບັນສ່ວນໃຫຍ່ຄວບຄຸມໂດຍ Alipay ຂອງ Alibaba Group Holding Ltd. แລະ WeChat ຂອງ Tencent Holdings Ltd.

ການທົດລອງສະແດງໃຫ້ເຫັນວ່າ “ ພວກເຂົາພ້ອມສຳລັບການເປີດຕົວສະກຸນເງິນດິຈິຕ໋ອນຢ່າງເຕັມຮູບແບບໃນໄວໆນີ້” Charles d’Haussy ຊຶ່ງເປັນຫົວໜ້າສຳນັກງານໃນຮົງກົງ ສຳລັບກິດຈະການດ້ານວິສະວະກຳບຣ໊ອກເຊັນ ConsenSys ກ່າວ

ຈີນກາຍເປັນສັງຄົມໄຮ້ເງິນສົດຫຼາຍຂຶ້ນເລື້ອຍໆ ໂດຍຜູ້ຂາຍເຂົ້າໜົມແພນເຄັກໃນເມືອງນ້ອຍໆ ນິຍົມໃຊ້ກະເປົາເງິນດິຈິຕ໋ອນຫລາຍກວ່າທີ່ຈະເຮັດໃຫ້ເກີດການປ່ຽນແປງ ແຕ່ DCEP ໄດ້ຮັບການອອກແບບມາເພື່ອປົກປ້ອງປະເທດຈາການທີ່ບາງມື້ຕ້ອງໃຊ້ມາດຕະຖານເຊັ່ນ Bitcoin ຫຼື ໂດລາ ນັ້ນຄື ຄວບຄຸມໂດຍຜູ້ອື່ນ ອອກແບບມາເພື່ອທົດແທນເງິນສົດໃນທີ່ສຸດ. ນອກຈາກນີ້ ຍັງຊ່ວຍໃຫ້ໜ່ວຍງານກຳກັບດູແລຂອງຈີນສາມາດເຂົ້າໃຈປະລິມານເງິນຂອງປະເທດໄດ້ດີຂຶ້ນ.

ຜູ້ໃຊ້ຕ້ອງລົງທະບຽນບັນຊີສະເພາະສຳລັບທຸລະກຳ DCEP ໂດຍໃຊ້ໝາຍເລກໂທລະສັບມືຖື ໃນພື້ນທີ່ ແລະດາວໂຫຼດແອັບກະເປົາເງິນທີ່ເຊື່ອມໂຍງກັບທະນາຄານຂອງລັດ Big Four ແຫ່ງໜຶ່ງຂອງຈີນ ຈາກນັ້ນຮ້ານຄ້າ ແລະຜູ້ຊື້ຈະສະແກນໂຄດ QR ຂອງກັນ ແລະກັນ ທີ່ແອັບສ້າງຂຶ້ນເພື່ອເຮັດທຸລະກຳໄດ້ ແອັບນີ້ສະແດງພາບ ເໝົາເຈິຕົງ ທີ່ໜ້າທີ່ຜູ້ໃຊ້ກວດສອບຍອດຄົງເຫຼືອຊຶ່ງຄ້າຍກັບທະນະບັດ 100 ຢວນ.

“ຂ້ອຍຈະພິຈາລະນາໃຫ້ຕົວເລືອກນີ້ເປັນຕົວເລືອກທຳອິດບົນ WeChat ຫຼື Alipay เພາະໄດ້ຮັບການສະໜັບສະໜຸນຈາກລັດ” Wang Jinchao ຜູ້ຈັດການ ການເຕີບໃຫຍ່ຂອງຜູ້ໃຊ້ໄວ 24 ປີ ກ່າວກັບການເລີ່ມຕົ້ນການຮຽນຮູ້ອອນລາຍຂອງ ເຊິນເຈີນ 3% ຂອງຜູ້ໂຊກດີໄດ້ຮັບລາງວັນ DCEP Handout.

ນອກຈາກການທົດສອບລະຫວ່າງຜູ້ໃຊ້ປາຍທາງແລ້ວ ທະນາຄານກາງຍັງຈັບມືກັບຍັກໃຫຍ່ດ້ານເຕັກໂນໂລຊີເຊັ່ນ Meituan แລະ Didi Chuxing ເພື່ອສຳຫຼວດແອັບພີເຄຊັນ ສຳລັບບໍລິການຕ່າງໆເຊັ່ນ ການຈັດສົ່ງອາຫານ ແລະ ການເອີ້ນລົດທີ່ສາມາດພັກດັນການຍອມຮັບ
Lin Song ວິສະວະກອນໂທລະຄົມມະນາຄົມໄວ 42 ປີກ່າວວ່າ: ໃນ ເຊິນເຈີນ ໃຊ້ເງິນ 200 ຢວນທີ່ເຂົາໄດ້ຮັບຈາກການຂັບລົດໄປເຮັດວຽກທີ່ສະຖານີຕື່ມນ້ຳມັນ ເຂົາກ່າວວ່າມັນຮຽບງ່າຍ ເໝືອນກັບການໃຊ້ວິທີການຊຳລະເງິນອື່ນໆ “ມັນຂຶ້ນຢູ່ກັບວ່າ platform ໃດມີໂປຣໂມຊັນທີ່ໃຫຍ່ກວ່າ ແລະ ເຊື່ອມໂຍງຜູ້ຄ້າຈຳນວນຫຼາຍຂຶ້ນ ເພື່ອໃຫ້ຂ້ອຍຕັດສິນໃຈວ່າຈະໃຊ້ໂປຣໂມຊັ່ນໃດ”