ກະຊວງການຕ່າງປະເທດ ປາຖະກະຖາມູນເຊື້ອ ວັນການທູດລາວ ຄົບຮອບ 75 ປີ…

ກະຊວງການຕ່າງປະເທດ ຈັດປາຖະກະຖາມູນເຊື້ອວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ (12 ຕຸລາ 1945-12 ຕຸລາ 2020) ໃນວັນທີ 9 ຕຸລາ 2020 ໂດຍການປາຖະກະຖາຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ, ມີ ທ່ານ ສະເຫລີມໄຊ ກົມມະສິດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຄະນະພັກກະຊວງຕ່າງປະເທດ, ຄະນະກົມ, ນັກການທູດອາວຸໂສບໍານານ ແລະ ພະນັກງານກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງວັນການທູດລາວ (12 ຕຸລາ) ແລະ ຕີລາຄາການເຄື່ອນໄຫວວຽກງານຕ່າງປະເທດຕະ ຫລອດໄລຍະ 75 ປີ ຜ່ານມາ, ເຊິ່ງສາມາດເວົ້າໄດ້ວ່າ ການເຄື່ອນໄຫວການທູດທີ່ມີຜົນສຳເລັດອັນໃຫຍ່ຫລວງຂອງພັກ ແລະ ລັດ ເຮົາຍາດມາໄດ້ນັ້ນ ແມ່ນຍ້ອນແນວທາງອັນຖືກຕ້ອງສອດຄ່ອງຂອງພັກເຮົາ, ຍ້ອນການຊີ້ນຳ-ນຳພາທີ່ໃກ້ຊິດໂດຍກົງ ຮອບດ້ານຂອງກົມການເມືອງໃນແຕ່ລະຍຸກ, ແຕ່ລະສະໄໝ ແລະ ການຮ່ວມແຮງຮ່ວມໃຈກັນ ຈັດຕັ້ງປະຕິບັດຂອງຄະນະບໍລິຫານງານສູນກາງພັກ, ລັດຖະບານ ພ້ອມດ້ວຍຄວາມຮັບຜິດຊອບ, ການຮ່ວມແຮງຮ່ວມໃຈຂອງພະນັກງານ, ທະຫານ, ຕຳຫລວດ ແຕ່ສູນກາງລົງຮອດທ້ອງຖິ່ນ ຕະຫລອດຮອດນັກທຸລະກິດ, ພໍ່ແມ່ປະຊາຊົນລາວໃນທົ່ວປະເທດ ລວມທັງຄົນລາວຢູ່ຕ່າງປະ ເທດ.

ພ້ອມນີ້, ຍັງໄດ້ຊີ້ນໍາ ແລະ ໃຫ້ທິດເຍືອງທາງແກ່ພະນັກງານກະຊວງການຕ່າງປະເທດ ໂດຍໄດ້ເນັ້ນວ່າ: ຢາກເປັນນັກການທູດທີ່ດີ ຕ້ອງກໍາໄດ້ທິດສະດີມາກ-ເລນິນ, ຕ້ອງເດັດດ່ຽວໜຽວແໜ້ນຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດເຮົາ ກໍຄື ສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມ ເວົ້າລວມ, ເວົ້າສະເພາະ ພະນັກງານກະຊວງການຕ່າງປະເທດ ຫລື ນັກການທູດ ຕ້ອງກໍາແໜ້ນແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດເຮົາ ເພື່ອປະຕິບັດໜ້າທີ່ການເມືອງການທູດຂອງຕົນ ທີ່ໄດ້ຮັບມອບໝາຍໃຫ້ໄດ້ຢ່າງເຕັມເມັດເຕັມໜ່ວຍ, ເປັນຄົນທີ່ມີນໍ້າໃຈຮັກຊາດ, ຈົງຮັກພັກດີຕໍ່ປະເທດຊາດ ແລະ ຜົນປະໂຫຍດຂອງປະຊາຊົນ, ຮູ້ຈຳແນກມິດ ແລະ ສັດຕູ ໄດ້ຢ່າງຈະແຈ້ງ ແລະ ກ້າປະເຊີນໜ້າກັບສະຖານະການທີ່ຫຍຸ້ງຍາກ ແລະ ຕ້ອງມີສະຕິຕື່ນຕົວສູງ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ດີ ກໍຄື ອິດທິກຳລັງປໍລະປັກ ເພື່ອປົກປັກຮັກສາລະບອບການເມືອງຂອງພວກເຮົາໄວ້ໃຫ້ໝັ້ນຄົງ;

ນັກການທູດຕ້ອງເປັນຄົນທີ່ມີຄວາມຮູ້ກວ້າງຂວາງ, ມີຄວາມຊໍານິຊໍານານດ້ານການເມືອງ ກໍຄື ການພົວພັນສາກົນ, ມີຄວາມຮູ້ດ້ານເສດຖະກິດ, ກົດໝາຍ, ພາສາຕ່າງປະເທດ, ມີຄວາມຮູ້ດ້ານວັດທະນະທໍາ, ສາສະໜາ, ເຕັກໂນໂລຢີ ແລະ ດ້ານ ອື່ນໆ. ໃນຂະນະດຽວກັນ, ນັກການທູດຕ້ອງເປັນນັກເຈລະຈາ ແລະ ນັກໂຄສະນາທີ່ມີຄວາມສາມາດ ແລະ ຄ່ອງແຄ້ວ ເພື່ອສາມາດຍາດແຍ່ງເອົາຜົນປະໂຫຍດມາໃຫ້ແກ່ປະເທດຊາດ ໃນສະພາບການຂອງໂລກປັດຈຸບັນ ທີ່ມີການຜັນແປຢ່າງໄວວາ ແລະ ສະຫລັບສັບຊ້ອນ ເຊິ່ງມັນໄດ້ຮຽກຮ້ອງໃຫ້ພະນັກງານໃນຂົງເຂດວຽກງານຕ່າງປະເທດ ກໍຄື ນັກການທູດ ຍິ່ງຕ້ອງມີຄວາມຮູ້ເຫລົ່ານັ້ນຢ່າງເລິກເຊິ່ງ ແລະ ກວ້າງຂວາງ ເພື່ອສາມາດເປັນເສນາທິນາທິການທີ່ດີໃຫ້ແກ່ພັກ ແລະ ລັດຖະບານ ໃນຂົງເຂດວຽກງານການຕ່າງປະເທດແນ ໃສ່ບັນລຸສອງໜ້າທີ່ຍຸດທະສາດຂອງພັກ ແລະ ລັດ ໄດ້ວາງໄວ້ຕາມລະດັບຄາດໝາຍໄດ້ເປັນຢ່າງດີ.

ແຫຼ່ງຂໍ້ມູນ: ຂປລ

Comments