ນວ ທາບທາມບຸກຄະລາກອນ ຮອບທີ 3 ສະໄໝທີ VII…

ອົງການປົກຄອງນະຄອນຫຼວງວຽງຈັນ ຈັດກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນ ເພື່ອຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ (ນວ) ສະໄໝທີ VII ຮອບທີ 3 ຂຶ້ນໃນວັນທີ 5-7 ຕຸລາ 2020 ທີ່ສຳນັກງານປົກຄອງນະຄອນຫຼວງວຽງຈັນ

ເຊິ່ງມີຄວາມໝາຍຄວາມສຳຄັນຫຼາຍ ແລະ ມີຄວາມຈຳເປັນສຳລັບຄະນະບໍລິຫານງານພັກ ນວ ໃນຖານະເປັນພັກກຳອຳນາດ ເຊິ່ງເປັນການເສີມຂະຫຍາຍມູນເຊື້ອອັນດີງາມ ແລະຜົນງານອັນປະເສີດຂອງພັກ ພ້ອມກັນດັດແປງແກ້ໄຂ ບັນດາຈຸດອ່ອນ, ຂໍ້ຄົງຄ້າງ ສິ່ງທ້າທາຍຕ່າງໆທີ່ອົງຄະນະພັກ ນວ ກຳລັງປະເຊີນຢູ່ໃນປັດຈຸບັນ ໃຫ້ມີການປ່ຽນແປງໃໝ່ຢ່າງຕັ້ງໜ້າ ພ້ອມນັ້ນ, ຍັງເປັນການເສີມຂະຫຍາຍປະຊາທິປະໄຕພາຍໃນພັກຕື່ມອີກ.

ກອງປະຊຸມດັ່ງກ່າວ ເປັນປະທານຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ໃຫກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລົດຖະມົນຕີ ບັນດາຄະນະປະຈຳ, ກຳມະການພັກ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ອົງການກວດກາສູນກາງພັກ ແລະ ຫ້ອງວ່າການສູນກາງພັກ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

Comments