ອ້າງຕາມຂ່າວ ຣອຍເຕີ, ລັດຖະບານ ຫວຽດນາມ ເປີດເຜີຍວ່າ: ຫວຽດນາມ ຕ້ອງໃຊ້ງົບປະມານ ໃນການລົງທຶນ ສູງເຖິງ 133.300 ລ້ານໂດລາສະຫະລັດ ສຳລັບການ ພັດທະນາ ໂຄງການເຄື່ອຂ່າຍ ສາຍສົ່ງໃໝ່ ໃນໄລຍະ 10 ປີຕໍ່ໜ້າ, ເພື່ອຕອບສະໜອງ ຄວາມຕ້ອງການ ພະລັງງານໄຟຟ້າ ທີ່ເພີ່ມສູງຂື້ນເລື້ອຍໆ ຂອງປະເທດ.

ຈາກງົບປະມານ ທີ່ຕັ້ງໄວ້ທັງໝົດດັ່ງກ່າວ, ຊຶ່ງສ່ວນໜຶ່ງ ປະມານ 96.000 ລ້ານໂດລາສະຫະລັດ ຈະໃຊ້ສຳລັບ ສ້າງໂຮງໄຟຟ້າ ແຫ່ງໃໝ່ ແລະ ອີກປະມານ 37.300 ລ້ານໂດລາສະຫລັດ ຈະໃຊ້ສຳລັບ ການຂະຫຍາຍ ເຄື່ອຂ່າຍໄຟຟ້າ ຂອງປະເທດ ຕາມຄຳຖະແຫຼງ ຂອງລັດຖະບານ.

ຄວາມຕ້ອງການ ພະລັງງານໄຟຟ້າ ໃນຫວຽດນາມ ຄາດວ່າ ຈະເພີ່ມຂື້ນ 8,6% ໃນລະຫວ່າງປີ 2021-2025 ແລະ ເພີ່ມຂື້ນ 7,2% ໃນລະຫວ່າງປີ 2026-2030, ໂດຍລັດຖະບານ ຫວຽດນາມ ລະບຸວ່າ ການລົງທຶນ ຈະຊ່ວຍເພີ່ມ ກຳລັງການຜະລິດໄຟຟ້າ ຕິດຕັ້ງເປັນ 138 ກິກາວັດ ພາຍໃນປີ 2030 ຈາກປັດຈຸບັນ ມີກຳລັງການຜະລິດ ປະມານ 56 ກິກາວັດ. ຊຶ່ງກະຊວງ ອຸດສາຫະກຳ ແລະ ການຄ້າ ພວມຮ່າງ ແຜນພັດທະນາ ພະລັງງານ ສະບັບໃໝ່ ເພື່ອຍື່ນສະເໜີ ໃຫ້ລັດຖະບານ ອະນຸມັດ ໃນເດືອນໜ້າ, ໂດຍຮ່າງແຜນ ເບື້ອງຕົ້ນລະບຸວ່າ ຫວຽດນາມ ຈະເພີ່ມອັດຕາສ່ວນ ຂອງພະລັງງານລົມ ແລະ ພະລັງງງານແສງຕາເວັນ ແລະ ການຜະລິດ ໄຟຟ້າຈາກ ແກັດທຳມະຊາດແຫຼວ.

ຂະນະດຽວກັນ ກໍ່ຈະພະຍາຍາມ ຫຼຸດການ ໃຊ້ພະລັງງານໄຟຟ້າ ທີ່ຜະລິດຈາກຖ່ານຫີນ. ຈາກບັນຫາ ການຂາດແຄນ ພະລັງງານໄຟຟ້າ ເຮັດໃຫ້ ຫວຽດນາມ ພວມກາຍເປັນປະເທດ ທີ່ອາໄສ ການນຳເຂົ້າ ພະລັງງານ ຫຼາຍຂື້ນເລື້ອຍໆ ເພື່ອສະໜັບສະໜູນ ການເຕີບໂຕ ເສດຖະກິດ. ໂດຍຈະຕ້ອງນຳເຂົ້າ ແກັດທຳມະຊາດແຫຼວ 1,2 ລ້ານໂຕນຕໍ່ປີ ແລະ ນຳເຂົ້າຖ່ານຫີນ 35,1 ລ້ານໂຕນ ສຳລັບໂຮງໄຟຟ້າ ຂອງປະເທດ ພາຍໃນປີ 2025 ແລະ ປະລິມານ ຈະເພີ່ມຂື້ນເປັນ 8,5 ລ້ານໂຕນ ແລະ 45 ລ້ານໂຕນ ຕາມລຳດັບ ພາຍໃນປີ 2030.
ແຫຼ່ງຂໍ້ມູນ: ຂ່າວສານພະລັງງານ ແລະ ບໍ່ແຮ່