ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຄົງເຊໂດນ ແຂວງສາລະວັນ ຈັດກອງປະຊຸມປຶກສາຫາລື ເພື່ອຄັດເລືອກເອົາສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ໂອດ໊ອບ ຂຶ້ນໃນວັນທີ 16 ກັນຍາ 2020 ທີ່ຫ້ອງປະຊຸມຂອງຫ້ອງວ່າການເມືອງໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມຈັນ ຈັນທະພູທອນ ຮອງເຈົ້າເມືອງຄົງເຊໂດນ ຜູ້ຊີ້ນຳວຽກງານເສດຖະກິດ,
ທ່ານ ຄໍາຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີຫົວໜ້າ – ຮອງຫົວໜ້າຫ້ອງການ, ພະນັກງານວິຊາການຂອງຫ້ອງການທີ່ກ່ຽວຂ້ອງ, ຕະຫຼອດຮອດສະມາຄົມກຸ່ມປີ້ງໄກ່ບ້ານນາປົ່ງເຂົ້າຮ່ວມ.ກອງປະຊຸມໄດ້ຫາລືເພື່ອຮັບຮອງເອົາ ປີ້ງໄກ່ບ້ານນາປົ່ງ ເປັນສິນຄ້າໂອດ໊ອບ ຂອງເມືອງ ແລະ ແຂວງ

, ພ້ອມທັງຮັບຮອງເອົາ 3 ຜະລິດຕະພັນຂອງປີ້ງໄກ່ນາປົ່ງ ຄື: ປີ້ງໄກ່ເປັນໂຕ, ປີ້ງປີກໄກ່ – ຂາໄກ່ ແລະ ປີ້ງເຄື່ອງໃນໄກ່ ເຂົ້າໃນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງເມືອງ ແລະ ແຂວງ.
ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ