ອ້າງຕາມຂ່າວສານ ຊິນຮວາຂອງຈີນ ລາຍງານ, ລັດຖະມົນຕີ ກະຊວງແຮງງານ ກ່າວວ່າ: ລັດຖະບານ ກຳປູເຈຍ ປະກາດເພີ່ມ ອັດຕາແຮງງານ ຂັ້ນຕ່ຳ ສຳລັບ ອຸດສາຫະກຳ ຕັດຍິບເສື້ອຜ້າ ແລະ ເກີບທີ 192 ໂດລາສະຫະລັດ ຕໍ່ເດືອນ ຕັ້ງແຕ່ວັນທີ 1 ມັງກອນປີ 2021 ເປັນຕົ້ນໄປ,
ຊຶ່ງເພີ່ມຂື້ນ 1,05% ຈາກປັດຈຸ ບັນທີ 190 ໂດລາ ສະຫະລັດ ຕໍ່ເດືອນ, ເຖິງວ່າ ພາກສ່ວນນີ້ ຈະໄດ້ຮັບ ຜົນກະທົບ ຢ່າງຮຸນແຮງ ຈາກສະຖານະ ການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ກໍ່ຕາມ. ເມື່ອພິຈາລະນາ ເຖິງຄວາມເປັນຢູ ຂອງແຮງງານ ນາຍົກລັດ ຖະມົນຕີ ໄດ້ຕັດສິນໃຈ ທີ່ຈະເພີ່ມ ຄ່າແຮງງານ ຂັ້ນຕ່ຳດັ່ງກ່າວ ໃນພາກ ອຸດສາຫະກຳນີ້.
ພາກອຸດສາຫະກຳ ຕັດຍິບເສື້ອຜ້າ ແລະ ເກີບ ເປັນພາກການ ສົ່ງອອກ ທີ່ໃຫຍ່ ທີ່ສຸດຂອງ ກຳປູເຈຍ ມີການຈ້າງ ແຮງງານ ປະມານ 750.000 ຄົນ ໃນໂຮງງານຕ່າງໆ ເກືອບ 1.100 ແຫ່ງ. ແຕ່ເນື່ອງຈາກ ການແຜ່ລະບາດ ຂອງ ພະຍາດ ໂຄວິດ-19, ປັດຈຸບັນ ມີໂຮງງານ 120 ແຫ່ງ ຕ້ອງຢຸດຕິ ການຜະລິດ ຊຶ່ງສົ່ງຜົນກະທົບ ຕໍ່ຄົນງານ ປະມານ 50.000 ຄົນ. ມູນຄ່າ ການສົ່ງອອກ ເສື້ອຜ້າ ແລະ ເກີບ ຂອງກຳປູເຈຍ ໃນໄລຍະ 6 ເດືອນຕົ້ນປີນີ້ ຫລຸດລົງ 5,4% ເມື່ອທຽບກັບ ໄລຍະດຽວກັນ ຂອງປີກາຍ.
ແຫຼ່ງຂໍ້ມູນ: ຂປລ