ຕາມແຫລ່ງຂ່າວ ຂອງຟີລິບປິນ, ວັນທີ 18 ສິງຫາ, ເກີດເຫດແຜ່ນດິນໄຫວ ຂະໜາດ 6,6 ລິກເຕີ ຢູ່ເມືອງ ຄາຕາອິນກັນ ແຂວງ ມັສບາເຕ ທາງພາກກາງຂອງ ຟີລິບປິນ.


ເຮັດໃຫ້ ປະຊາຊົນ ຕ້ອງອອກຈາກ ເຮືອນຊານ ອາຄານ ແລະ ທ້ອງຖະໜົນ ໄດ້ຮັບຄວາມ ເສຍຫາຍ ສົ່ງຜົນໃຫ້ ມີຜູ້ເສຍຊີວິດ ຢ່າງໜ້ອຍ 1 ຄົນ ແລະ ບາດເຈັບ 43 ຄົນ.


ປັດຈຸບັນ, ເຈົ້າໜ້າທີ່ກູ້ໄພ ຟິລິບປີນ ພວມເລັ່ງຄົ້ນຫາ ແລະ ຊ່ວຍເຫລືອ ຜູ້ປະສົບເຄາະດັ່ງກ່າວ. ສ່ວນສະຖາບັນ ແຜ່ນດິນ ໄຫວວິທະຍາ ຟີລິບປິນ ລາຍງານວ່າ: ເກີດແຮງສັ່ນສະເທືອນ ຕາມມາ ຈາກແຜ່ນດິນໄຫວ ຫລື ອາຟເຕີຣຊອກ ໃນຟີລິບປິນ ຢ່າງໜ້ອຍ 24 ຄັ້ງ, ໂດຍຄັ້ງຮຸນແຮງ ທີ່ສຸດ ມີຂະໜາດ 3,8.



ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php?