ພູປ່ຽນສີ ຍ້ອນບັນຫາສິ່ງແວດລ້ອມຈາກບໍ່ທອງແດງຢູ່ຣັດເຊຍ…​

ຮູບພາບ Drone ໄດ້ເປີດເຜີຍແຫຼ່ງນໍ້າ ທີ່ໄຫຼອອກຈາກບໍ່ແຮ່ທອງແດງໃນອະດີດຂອງປະເທດຣັດເຊຍ ກຳລັງປ່ຽນເປັນແມ່ນໍ້າ ໃນພູສີສົ້ມ Ural. ເຊິ່ງນໍ້າດັ່ງກ່າວ ເປັນນໍ້າທີ່ເຊື່ອກັນມາແຕ່ວ່າມີມາຈາກບໍ່ແຮ່ທອງແດງ Levikhinsky ທີ່ເຄີຍຖືກປິດໃນປີ 2004.

ອຳນາດການປົກຄອງທ້ອງຖິ່ນກ່າວວ່າ: ນໍ້າໃນແມ່ນໍ້າ ສາມາດອະທິບາຍໄດ້ພຽງແຕ່ເປັນ “ໜອງນໍ້າເສຍ” ແລະ ເປັນຜົນມາຈາກການເຮັດໃຫ້ນໍ້າກົດອາຊິດ ທີ່ໃຊ້ໃນລະຫວ່າງການຂຸດຄົ້ນບໍ່ແຮ່.​

ອົງການໄອຍະການຂອງ Nizhny Tagil ກຳລັງກວດກາເພື່ອກຳນົດວ່າ ມີການລະເມີດສິ່ງແວດລ້ອມທີ່ອາດຈະເກີດຂື້ນເຮັດໃຫ້ແມ່ນໍ້າປ່ຽນເປັນສີສົ້ມ ຫລືບໍ່. ເຈົ້າໜ້າທີ່ກ່າວວ່າ ການປົນເປື້ອນດັ່ງກ່າວ ບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ການສະໜອງນໍ້າດື່ມໃຫ້ແກ່ປະຊາຊົນໃນເມືອງໃກ້ຄຽງ.

ແຫຼ່ງຂໍ້ມູນ: https://www.9news.com.au

Comments