ປະທານອົງການກວດສອບແຫ່ງລັດ ທ່ານນາງວຽງທອງ ສີພັນດອນ ໄດ້ກ່າວໃນພິທີສະຫຼອງ ວັນສ້າງຕັ້ງ ອົງການກວດສອບແຫ່ງລັດ ໂດຍການເປັນປະທານ ຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ວ່າ ໃນໄລຍະຜ່ານມາ ອົງການກວດສອບແຫ່ງລັດ ສາມາດດໍາເນີນການກວດສອບ ບັນດາກະຊວງ ອົງການ ແຂວງ ນະຄອນຫຼວງ ທະນາຄານ ວິສາຫະກິດ ແລະ ໂຄງການກູ້ຢືມເງິນຕ່າງປະເທດ ໄດ້ທັງໝົດ 810 ເທື່ອ ຊຶ່ງໄດ້ກວດສອບເຫັນ ລາຍຮັບເພີ່ມ 3.808,38 ຕື້ກີບ, ແລະ ລາຍຈ່າຍເພີ່ມເຖິງ 9.990,73 ຕື້ກີບ.

ເນື່ອງໃນໂອກາດດັ່ງກ່າວ, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ເນັ້ນໜັກໃຫ້ອົງການກວດສອບ ສ້າງນັກກວດສອບຢ່າງມີຄຸນນະພາບ, ມີຈັນຍາບັນ, ຈັນຍາທໍາ ມີຄວາມຊື່ສັດບໍລິສຸດ ແລະ ມີຄວາມທ່ຽງທໍາ.
ແຫຼ່ງຂໍ້ມູນ: ວຽງຈັນທາຍ