ຕາມແຫລ່ງຂ່າວ ຈາກຊິນຮວາຂອງຈີນ, ວັນທີ 31 ກໍລະກົດ ນີ້, ຄະນະກຳມະການ ສຸຂະພາບ ແຫ່ງຊາດຈີນ ລະບຸວ່າ: ຈີນ ກວດພົບຜູ້ຕິດເຊື້ອພະຍາດ ໂຄວິດ-19 ລາຍໃໝ່ ເພີ່ມອີກ 127 ຄົນ ເປັນສະຖິຕິລາຍວັນສູງທີ່ສຸດ ໃນຮອບກວ່າ 4 ເດືອນຜ່ານມາ.

ໃນນີ້ ເປັນຜູ້ຕິດເຊື້ອ ຈາກທ້ອງຖິ່ນ 123 ຄົນ ລວມມີ ໃນເຂດ ປົກຄອງຕົນເອງ ຊິນຈຽງ ອຸຍກູ 112 ຄົນ ແລະ ມົນທົນ ຫລີວໜິງ 11 ຄົນ ພ້ອມທັງມີຜູ້ຕິດເຊື້ອ ຈາກຕ່າງປະເທດອີກ 4 ຄົນ. ຂະນະນີ້ ຈີນ ມີຜູ້ຕິດເຊື້ອສະສົມ ທັງໝົດ 84.292 ຄົນ.
