“ການລະບາດຂອງເຊື້ອໄວຣັສ Covid-19 ນັ້ນສົ່ງຜົນກະທົບຕໍ່ຄົນທັງໂລກ ແລະ ຍັງຄົງແພ່ລະບາດຢ່າງຕໍ່ເນື່ອງ ເຮັດໃຫ້ມີຍອດຜູ້ຕິດເຊື້ອເພິ່ມຂຶ້ນ ແລະ ທີ່ໜ້າເປັນຫ່ວງລ່າສຸດມີລາຍງານວ່າ ຫວຽດນາມພົບຜູ້ຕິດເຊື້ອ Covid-19 ສາຍພັນໃໝ່ທີ່ບໍ່ເຄີຍພົບມາກ່ອນ”

ການແພ່ລະບາດຂອງ Covid-19 ໃນຫວຽດນາມກໍາລັງເປັນທີ່ກັງວົນ ເພາະກ່ອນໜ້ານີ້ເກືອບ 100 ວັນ ທີ່ຫວຽດນາມບໍ່ມີຜູ້ຕິດເຊື້ອລາຍໃໝ່ແຕ່ວ່າພໍມີຜູ້ຕິດເຊື້ອ ກໍພົບຜູ້ຕິດເຊື້ອເພີ່ມຢ່າງຕໍ່ເນື່ອງ.

ຫຼ້າສຸດທາງດ້ານສະຖານກົງສຸນໃຫຍ່ທີ່ ເມືອງໂຮຈິມິນ ລາຍງານສະຖານະການການແພ່ລະບາດຂອງ Covid-19 ໃນເຂດກົງສຸນ ສະຖານະເວລາ 16:00 ໂມງ ວັນທີ 30 ກໍລະກົດ 2020 ໄດ້ໃຫ້ຂໍ້ມູນວ່າ ຫວຽດນາມພົບຜູ້ຕິດເຊື້ຶອ Covid-19 ລາຍໃໝ່ລະຫວ່າງວັນທີ 24-30 ກໍລະກົດ 2020 ຈໍານວນ 43 ຄົນ ໂດຍທັງໝົດໄດ້ຮັບເຊື້ຶອສາຍພັນທີ່ບໍ່ເຄີຍມີການກວດພົບໃນຫວຽດນາມດັ່ງນີ້:
- ຜູ້ຕິດເຊື້ອ ໃນເມືອງດານັງ 33 ຄົນ
- ຜູ້ຕິດເຊື້ອ ໃນແຂວງກວາງຫງາຍ 2 ຄົນ
- ຜູ້ຕິດເຊື້ອ ໃນແຂວງກວາງນາມ 3 ຄົນ
- ຜູ້ຕິດເຊື້ອ ໃນເມືອງໂຮຈິມິນ ທີ່ໄດ້ຮັບເຊື້ອຈາກເມືອງດານັງ 2 ຄົນ
- ຜູ້ຕິດເຊື້ອໃນ ຮ່າໂນ້ຍ 2 ຄົນ
- ຜູ້ຕິດເຊື້ອ ໃນແຂວງດັງກລັກ 1 ຄົນ

ທັງນີ້ຜູ້ຕິດເຊື້ອສ່ວນໃຫຍ່ເປັນຜູ້ທີ່ເຄີຍເດີນທາງ, ເຮັດວຽກ, ເຝິກງານທີ່ໂຮງໝໍຫຼາຍແຫ່ງ ໃນເມືອງດານັງ (ໂຮງໝໍເມືອງດານັງ, ໂຮງໝໍ C ເມືອງດານັງ, ໂຮງໝໍປອດ ດານັງ, ໂຮງໝໍ Giao Thong Van Tai Da Nang) ຫຼືເຄີຍມີປະຕິສໍາພັນກັບຜູ້ທີ່ເຄີຍເດີນທາງໄປທີ່ໂຮງໝໍດັ່ງກ່າວ ຫຼື ເຄີຍເຂົ້າຮ່ວມງານສະຫຼອງແຕ່ງດອງດຽວກັບຜູ້ຕິດເຊື້ອທີ່ເມືອງດານັງ.

ແຫຼ່ງຂໍ້ມູນ: https://www.nationtv.tv/main/content/378787847/