ຕາມຂ່າວຈາກເວັບໄຊ Worldometer ລາຍງານໃນວັນທີ 30 ກໍລະກົດນີ້ ຍອດຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກ ເພີ່ມຂຶ້ນເຖິງ 17.188.001 ຄົນ ແລະ ຍອດຜູ້ເສຍຊີວິດ ເພີ່ມຂຶ້ນ 670.207 ຄົນໃນນີ້ ສ.ອາເມລິກາ ມີຜູ້ຕິດເຊື້ອ ສູງທີ່ສຸດ ໃນໂລກ 4.568.037 ຄົນ, ຮອງລົງມາ ບຣາຊິນ 2.484.649 ຄົນ, ອິນເດຍ 1.535.335 ຄົນ, ຣັດເຊຍ 828.990 ຄົນ ອາຟຣິກາໃຕ້ 459.761 ຄົນ ແລະ ເມັກຊິກ 402.697 ຄົນ ຕາມລຳດັບ.

ທ່ານ ແອນໂທນີ ຟໍຊີ, ຜູ້ອຳນວຍການ ສະຖາບັນພູມແພ້ ແລະ ໂລກຕິດຕໍ່ ແຫ່ງຊາດ ສ.ອາເມລິກາ ເຕືອນວ່າ: ຊາວອາເມລິກາ ໃນຫລາຍລັດ ໂດຍສະເພາະ ລັດໂດໄຮໂອ, ເທນເນສຊີ ເຄນທັກກີ ແລະ ອິນເດຍນາ ຄວນເຕື່ອນຕົວເພື່ອປ້ອງກັນບໍ່ໃຫ້ມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມສູງຂຶ້ນ ດັ່ງທີ່ເກີດຂຶ້ນໃນລັດທາງພາກໃຕ້ ແລະ ຕາເວັນຕົກຂອງ ສ.ອາເມລິກາ ທີ່ມີການລະບາດຮຸນແຮງ ໃນຂະນະນີ້.