ການນໍາເມືອງເຊໂປນລົງເກັບກໍາຂໍ້ມູນ, ປະເມີນຄວາມເສຍຫາຍ ແລະ ຊອກວິທີແກ້ໄຂຜົນກະທົບ ຈາກເຫດການໄຟໄໜ້ຕະຫຼາດບ້ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ ໃນວັນທີ 28 ກໍລະກົດ 2020 ວ່າ: ຜ່ານການລົງເກັບກຳຂໍ້ມູນຄວາມເສຍຫາຍເບື້ອງຕົ້ນ ໃນເນື້ອທີ່ 8098 ຕາແມັດ ຮ້ານຄ້າທີ່ຮັບຜົນເສຍຫາຍເບື້ອງຕົ້ນຈຳນວນຈຳນວນ 53 ຮ້ານ ເຂົ້າມາລາຍງານແລ້ວ 30 ຮ້ານ ມູນຄ່າປະມານ 4.320.000.000 ກີບ, ຍັງບໍ່ທັນມາລາຍງານຄວາມເສຍຫາຍ ຈຳນວນ 23 ຮ້ານ.

ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງໆເຊໂປນ ໄດ້ຊີ້ນຳມອບໝາຍໜ້າທີ່ໃຫ້ຂະແໜງການທີ່ກ່ຽວຂ້ອງ, ປະສານສົບທົບອໍານາດການປົກຄອງບ້ານ, ດ່ານ ຕໍມໍ, ດ່ານພາສີ, ເຂດການຄ້າແດນສະຫວັນ, ລົງກວດກາ ແລະ ເກັບກຳຂໍ້ມູນ ປະເມີນຜົນເສຍຫາຍຈາກອັກຄີໄພ ຕະຫຼາດບ້ານແດນສະຫວັນ ເມືອງເຊໂປນ, ຊອກຫາຈັດສັນຕະຫຼາດຊົ່ວຄາວ ເພື່ອໃຫ້ປະຊາຊົນຄ້າຂາຍ ພືດ, ຜັກ, ອາຫານສົດ-ແຫ້ງ; ສຳລັບຮ້ານຄ້າຂາຍເສື້ອຜ້າ, ຂາຍສິນຄ້າອື່ນທີ່ຈຳເປັນຕ້ອງໄດ້ມີຫ້າງຮ້ານແໜ້ນໜາ ແມ່ນຈະໄດ້ຄົ້ນຄວ້າພາຍຫຼັງ, ສະຖານທີ່ ຕະຫຼາດຊົ່ວຄາວນັ້ນຕ້ອງມີໄຟຟ້າ, ນໍ້າໃຊ້, ຫ້ອງນ້ຳ, ມີຄວາມປອດໄພ, ສຳລັບ ສິ່ງເສດເຫຼືອ ຫຼື ຂີ້ເຫຍື່ອ ການອານາໄມຕ່າງໆແມ່ນໃຫ້ທາງບ້ານແດນສະຫວັນ ຈະເປັນຜູ້ຮັບຜິດຊອບ.

ສ່ວນສາຍເຫດ ການເກີດອັກຄີໄຟ ແມ່ນຢູ່ໃນຂັ້ນຕອນຂອງການສືບສວນສອບສວນ ຂອງເຈົ້າໜ້າທີ່ຕໍາຫຼວດ ແລະ ຈະໄດ້ປິດກັ້ນບໍລິເວນພື້ນທີ່ດັ່ງກ່າວ ຫ້າມບໍ່ໃຫ້ບຸກຄົນເຂົ້າໄປ, ຈົນກວ່າຈະສໍາເລັດຕາມຂະບວນການທາງດ້ານວິຊາສະເພາະ ແລະ ໄດ້ດ້ຮັບອະນຸຍາດຈາກເຈົ້າໜ້າທີ່ເທົ່ານັ້ນ.
Cr: ເສີມໄຊ ເທບທານີ