ຕາມແຫລ່ງຂ່າວ ຈາກCRIຂອງຈີນ ເມື່ອບໍ່ດົນມານີ້, ຄະນະກຳມະການ ສາທາລະນະສຸກ ແຫ່ງຊາດຈີນ ໄດ້ເປີດເຜີຍວ່າ:ມີຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ເພີ່ມໃໝ່ 61 ຄົນ, ໃນນັ້ນ ມີຜູ້ຕິດເຊື້ອ ທີ່ເດີນທາງ ມາຈາກຕ່າງປະເທດ 4 ຄົນ, ຜູ້ຕິດເຊື້ອ ພາຍໃນປະເທດ 57 ຄົນ, ບໍ່ມີຜູ້ເສຍຊີວິດ ແລະ ບໍ່ມີຜູ້ສົງໄສວ່າ ມີເຊື້ອທີ່ເພີ່ມໃໝ່.ປັດຈຸບັນ ຍັງມີຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ຈຳນວນ 339 ຄົນ, ມີຜູ້ຕິດເຊື້ອພະຍາດ 78.918 ຄົນ ໄດ້ປິ່ນປົວ ໃຫ້ຫາຍຂາດ, ມີຜູ້ເສຍຊີວິດ ທັງໝົດ 4.634 ຄົນ ແລະ ມີຜູ້ເຄີຍຕິດເຊື້ອ ພະຍາດ ທັງໝົດ 83.891 ຄົນ, ຍັງມີຜູ້ສົງໄສ ມີເຊື້ອ 3 ຄົນ. ເຝົ້າຕິດຕາມຜູ້ທີ່ຢູ່ໃກ້ຊິດ ກັບຜູ້ຕິດເຊື້ອ ທັງໝົດ 781.406 ຄົນ, ໃນນັ້ນ ຍັງມີ 13.935 ຄົນ ຖືກແຍກປ່ຽວ ຢູ່ໂຮງໝໍ.

