ທຸລະກິດປະເທດອັງກິດ ຂະຫຍາຍຕົວໃນ ສປປ ລາວ

ທ່ານ ຈອນ ເພຍສັນ ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກອັງກິດ ປະຈໍາ ສປປ ລາວ, ໄດ້ໃຫ້ກຽດສໍາພາດຂຶ້ນປົກວາລະສານ ທາເກັດ ສະບັບເດືອນກໍລະກົດ 2020, ເຊິ່ງທ່ານຈະໄດ້ຍົກໃຫ້ເຫັນການພົວພັນ ແລະ ການຮ່ວມມືມິດຕະພາບລະຫວ່າງສອງປະເທດ, ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດປະເທດອັງກິດໃນ ສປປ ລາວ ແລະ ເປົ້າໝາຍໃນອະນາຄົດ. ພ້ອມທັງການຊ່ວຍເຫຼືອດ້ານຕ່າງໆແກ່ ສປປ ລາວ ໃນໄລຍະຜ່ານມາ.

ສະຖານທູດອັງກິດໄດ້ເຄື່ອນໄຫວວຽກຫຍັງແດ່ໃນ ສປປ ລາວ?

ສະຖານທູດອັງກິດຢູ່ນະຄອນຫຼວງວຽງຈັນ ໄດ້ເຮັດວຽກສົ່ງເສີມຜົນປະໂຫຍດຂອງອັງກິດຢູ່ໃນລາວ ທີ່ລວມມີການສົ່ງເສີມບັນດາທຸລະກິດຂອງອັງກິດໃນການສະໜອງສິນຄ້າ ແລະ ການບໍລິການໃນ ລາວ, ເຊິ່ງທີ່ຜ່ານມາກໍມີບໍລິສັດຂອງອັງກິດຫຼາຍແຫ່ງປະສົບຜົນສຳເລັດໃນໜ້າທີ່ດັ່ງກ່າວ. ຍົກຕົວຢ່າງ, ກຸ່ມທຸລະກິດໂຮງແຮມລະຫວ່າງປະເທດ, ຜູ້ທີ່ດຳເນີນກິດຈະການໂຮງແຮມລະດັບຫ້າດາວ Crowne Plaza Vientiane, ມີແຜນທີ່ຈະເປີດໂຮງແຮມໃໝ່ໃນຊື່ Holiday Inn ໃນອະນາຄົດອັນໃກ້ນີ້.

ນອກຈາກນີ້ຍັງມີ Prudential ທີ່ເປັນອີກບໍລິສັດໜຶ່ງທີ່ເຄື່ອນໄຫວກິດຈະການດ້ານປະກັນໄພຢ່າງຕັ້ງໜ້າ, ແລະ Ernst and Youngທີ່ສະໜອງການບໍລິການດ້ານອາກອນ ແລະ ກວດສອບບັນຊີແບບມືອາຊີບ. ສຳລັບທຸລະກິດໃໝ່ທີ່ຫາກໍ່ເຂົ້າສູ່ຕະຫຼາດເຊັ່ນ: ໂຮງຮຽນສອນພາສາອັງກິດ Pingu ທີ່ດຳເນີນການໂດຍກຸ່ມທຸລະກິດດ້ານພາສາຂອງອັງກິດ, ເຊິ່ງໄດ້ສະໜອງຫຼັກສູດພາສາອັງກິດລະດັບປະຖົມໃຫ້ແກ່ໄວໜຸ່ມລາວ ໂດຍມີສັນຍາລັກຂອງໂຮງຮຽນເປັນຮູບນົກເພນກວິ້ນ, ກໍປະສົບຜົນສຳເລັດເປັນຢ່າງດີ.

ເຊັ່ນດຽວກັນກັບສະຖານທູດອື່ນໆ, ພວກເຮົາຍັງມີໜ້າທີ່ຊ່ວຍເຫຼືອປະຊາຊົນອັງກິດນຳອີກ. ນີ້ແມ່ນວຽກງານທີ່ສຳຄັນ, ໂດຍສະເພາະໃນຊ່ວງວິກິດການແຜ່ລະບາດຂອງເຊື້ອພະຍາດ COVID-19, ສະຖານທູດອັງກິດໄດ້ຊ່ວຍເຫຼືອປະຊາຊົນອັງກິດທີ່ຕິດຄ້າງຢູ່ໃນ ລາວ ກວ່າ 150 ຄົນໃຫ້ໄດ້ເດີນທາງກັບບ້ານຢ່າງປອດໄພ. ນອກນີ້, ວຽກງານອັນສຳຄັນອີກສ່ວນຫນຶ່ງໃນປະເທດລາວກໍເເມ່ນການຊ່ວຍເຫຼືອທາງດ້ານພັດທະນາປະເທດ. ທີ່ຜ່ານມາ, ພວກເຮົາໄດ້ສະໜອງທຶນຫຼາຍກວ່າ 13 ລ້ານໂດລາເຂົ້າໃນວຽກງານເກັບກູ້ລະເບີດບໍ່ທັນແຕກໃນຫຼາຍພື້ນທີ່ເປັນວົງກວ້າງ, ລວມທັງຍັງຊ່ວຍເສີມສ້າງຂີດຄວາມສາມາດໃຫ້ແກ່ຂະແໜງການເກັບກູ້ລະເບີດບໍ່ທັນແຕກຂອງລາວນຳອີກ. ອັງກິດ ຍັງໄດ້ສະໜອງທຶນຈຳນວນ 2 ລ້ານໂດລາ ຕໍ່ປີເຂົ້າໃນວຽກງານທາງດ້ານ ການຕ້ານພະຍາດດື້ຢາ, ເຊິ່ງເເນ່, ເຊິ່ງແນໃສ່ຮັບປະກັນໃຫ້ມີຢາທີ່ສາມາດປິ່ນປົວໂລກຕິດຕໍ່ໃຫ້ແກ່ຄົນ ແລະ ສັດໄດ້ຢ່າງມີປະສິດທິພາບ. ໂດຍຜ່ານການຮ່ວມມືກັບມູນນິທິ Westminster ເພື່ອປະຊາທິປະໄຕ, ພວກເຮົາກຳລັງຊ່ວຍສະພາແຫ່ງຊາດຂອງລາວ ປັບປຸງມາດຕະຖານດ້ານນິຕິບັນຍັດ ແລະ ສະໜອງບໍລິການດ້ານການຮ້ອງທຸກເພື່ອໃຫ້ປະຊາຊົນສາມາດຮ້ອງທຸກກ່ຽວກັບບັນຫາຕ່າງໆໄດ້. ດັ່ງທີ່ທ່ານອາດຈະຮູ້ມາແລ້ວກ່ຽວກັບອັງກິດ, ການສຶກສາຖືເປັນຂະແໜງການທີ່ສຳຄັນຫຼາຍສຳລັບພວກເຮົາ. ພວກເຮົາຢາກໃຫ້ມີນັກສຶກສາລາວໄປຮຽນຢູ່ມະຫາວິທະຍາໄລ ແລະ ຮຽນພາສາອັງກິດຢູ່ອັງກິດ
ເພີ່ມຂຶ້ນອີກຍ້ອນວ່າພາສາອັງກິດ ແມ່ນພາສາສາກົນທີ່ແທ້ຈິງ.

(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 167 ເດືອນກໍລະກົດ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

British businesses are growing in the Lao PDR

Mr. John Pearson, British Ambassador to the Lao PDR, gives us the honor to interview him for the July issue of Target Magazine. He will inform us about our bilateral relations and cooperation, British business growth in the Lao PDR and their future goals. He will also touch upon aids extended to the Lao PDR during the previous years.

What kind of work does the UK do in Laos?

The British Embassy is in Vientiane to promote British interests in Laos. This includes promoting British businesses selling their goods and services in Laos, and there are many different British companies who have been very successful at this. For example the Intercontinental Hotel Groups, who run the five star hotel Crowne Plaza Vientiane, will be opening another hotel, the Holiday Inn, sometime in the near future. Prudential are very active in the insurance market, and Ernst and Young provide professional services, specialising in tax and auditing. New to the market, but also doing very well, is Pingu’s English; a primary level English school owned by the UK’s Linguaphone Group, who teach English to young children in Laos using a penguin as the lead character.

Like all other Embassies, we help British nationals who need assistance. This has been crucial during the Covid-19 crisis, when the Embassy helped around 150 stranded British nationals return home from Laos. But an important part of our work is also helping Laos to develop as a country. We have therefore provided over US$13m in recent years to remove unexploded ordnance from large areas in Laos, and help build capacity in Laos’ UXO sector. Another US$2m per year is being spent for work on anti-microbial resistance, which seeks to ensure that medicines are able to treat infectious diseases effectively, both for human and animal health.

              Working with the Westminster Foundation for Democracy, we are helping the Lao National Assembly improve the standard of legislation and run a petition service so members of the public can convey their concerns. And as you would expect for the United Kingdom, education is also a large part of our work. We want more Lao students at British universities, studying at British schools, and learning English. After all, English is the true international language.

(More interview details can be found in Target Magazine issue 167 July 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments