ອົງການ ອຸຕຸນີຍົມ ວິທະຍາໂລກ ຫລື WMO ເປັນໜ່ວຍງານ ຂອງສະຫະປະຊາຊາດ ຄາດວ່າສະພາບອາກາດ ໃນໄລຍະ 5 ປີ ຕໍ່ໜ້າ ໂລກຈະມີອຸນຫະພູມເພີ່ມຂຶ້ນສູງກວ່າລະດັບ ກ່ອນຍຸກອຸດສາຫະກຳຢ່າງໜ້ອຍ 1 ອົງສາ ໃນທຸກໆ 5 ປີ ຖັດໄປ ແລະ ອາດຈະເພີ່ມຂຶ້ນເຖິງ 20% ໃນປີໃດປີໜຶ່ງ.
ໃນຊຸມປີຜ່ານມາ, ສະພາບອາກາດ ແມ່ນຮ້ອນຂຶ້ນຫລາຍທີ່ສຸດ ແລະ ຄາດວ່າ ໃນລະຫວ່າງ ປີ2020-2024 ອຸນຫະພູມໃນໂລກຈະເພີ່ມຂຶ້ນຈາກ 0,91 ຫາ 1,59 ອົງສາ. ນອກຈາກນີ້, ທ່ານເລຂາ WMO ຍັງກ່າວວ່າ ຜົນການສຳຫລວດໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມທ້າທາຍອັນຍິ່ງໃຫຍ່ ໃນການບັນລຸເປົ້າໝາຍຂໍ້ຕົກລົງປາຣີ ວ່າດ້ວຍການປ່ຽນແປງສະພາບພູມອາກາດທີ່ກຳນົດໄວ້ເພື່ອຄວບຄຸມບໍ່ໃຫ້ໂລກມີອຸນຫະພູມເພີ່ມຂຶ້ນສູງກວ່າລະດັບຍຸກກ່ອນອຸດສາຫະກຳ ເກີນ 2 ອົງສາ.
ແຫຼ່ງຂໍ້ມູນ: ຂປລ