ນັກວິທະຍາສາດຄົ້ນພົບໄວຣັສໄຂ້ຫວັດໃຫຍ່ສາຍພັນໃໝ່ໃນຈີນ ເຊິ່ງມີສັກກະຍະພາບທີ່ຈະກໍ່ໃຫ້ເກີດການລະບາດຄັ້ງໃຫຍ່ໄດ້. ໄວຣັສຊະນິດນີ້ມີໝູເປັນພາຫະນະນຳເຊື້ອ ແລະ ສາມາດຕິດຕໍ່ສູ່ຄົນໄດ້, ຜູ້ຊ່ຽວຊານດ້ານໄວຣັສກຳລັງກັງວົນວ່າມັນອາດຈະເຮັດໃຫ້ຕິດຕໍ່ຈາກຄົນສູ່ຄົນໄດ້ໂດຍງ່າຍ ແລະ ອາດຈະເກີດການລະບາດໃຫຍ່ທີ່ສຸດ, ເຖິງແມ່ນວ່າສະຖານະການຂອງໄວຣັສຊະນິດນີ້ ຈະຍັງບໍ່ເປັນທີ່ວິຕົກລາຍເກີນໄປ, ແຕ່ນັກວິທະຍາສາດບອກວ່າມີອົງປະກອບຄົບທຸກຢ່າງທີ່ຈະພັດທະນາກາຍເປັນໄວຣັສທີ່ຕິດຕໍ່ໄປສູ່ມະນຸດ ແລະ ຈຳເປັນທີ່ຈະຕ້ອງສັງເກດເບິ່ງຢ່າງໃກ້ຊິດ ເນື່ອງຈາກຄວາມທີ່ເປັນໄວຣັສສາຍພັນໃໝ່ ມະນຸດຈຶ່ງມີພູມຄຸ້ມກັນຕໍ່ໄວຣັສຊະນິດນນີ້ຕ່ຳຫຼາຍ ຫຼືບໍ່ມີເລີຍ. ນັກວິທະຍາສາດທີ່ເຮັດການສຶກສາກ່ຽວກັບໄຂ້ຫວັດໃຫຍ່ສາຍພັນໃໝ່ນີ້ໄດ້ກ່າວວ່າ ເຖິງແມ່ນວ່າໄວຣັສຊະນິດນີ້ຍັງບໍ່ທັນໄດ້ຈັດວ່າເປັນໄພຄຸກຄາມອັນຮ້າຍແຮງ, ແຕ່ໜ່ວຍງານທີ່ກ່ຽວຂ້ອງຄວນເລີ່ມວາງມາດຕະການຄວບຄຸມໄວຣັສໃນໝູ ແລະ ເຝົ້າລະວັງການຕິດເຊື້ອໃນກຸ່ມຄົນທີ່ເຮັດວຽກໃນອຸດສາຫະກຳສັດລ້ຽງ (ໝູ). ພ້ອມກັນນັ້ນ, ສາດສະດາຈານ ຈາກມະຫາວິທະຍາໄລນອດຕິ້ງແຮມ ໃນປະເທດອັງກິດແຈ້ງໃນສຳນັກຂ່າວ BBC ວ່າ ຕອນນີ້ທຸກຄົນກຳລັງສົນໃຈເລື່ອງໄວຣັສ Covid-19 ເຊິ່ງກໍເປັນເລື່ອງທີ່ຖືກຕ້ອງແລ້ວ, ແຕ່ເຮົາຕ້ອງບໍ່ປະໝາດໄວຣັສສາຍພັນໃໝ່ອື່ນໆ ທີ່ມີຄວາມຮ້າຍແຮງໃກ້ກັນ, ເຊິ່ງເຮົາຈະບໍ່ສົນໃຈເລີຍບໍໄດ້.
ໄວຣັສຂະໜາດໃຫຍ່ສາຍພັນໃໝ່ ເປັນໜຶ່ງໃນເຊື້ອໂຣກທີ່ຜູ້ຊ່ຽວຊານຊ່ວຍລະວັງຢູ່ຕະຫຼອດເວລາ ເຖິງແມ່ນວ່າໃນຂະນະທີ່ທົ່ວໂລກກຳລັງຕໍ່ສູ້ກັບການລະບາດໃຫຍ່ຂອງ Covid-19 ການລະບາດຂອງໄຂ້ຫວັດໃຫຍ່ຄັ້ງຫຼ້າສຸດ ຄືການລະບາດຂອງໄວຣັສໄຂ້ຫວັດໝູ ໃນປີ 2009 ເຊິ່ງໄດ້ເກີດຂຶ້ນທຳອິດຢູ່ປະເທດແມັກຊິໂກ, ແຕ່ການລະບາດຄັ້ງນັ້ນບໍ່ໄດ້ຮຸນແຮງຫຼາຍ ເນື່ອງຈາກປະຊາກອນໄວກາງຄົນຈຳນວນຫຼາຍມີພູມຄຸ້ມກັນຕໍ່ໄວຣັສສາຍພັນນີ້, ເຊິ່ງອາດຈະເປັນຍ້ອນວ່າມັນມີຄວາມໃກ້ຄຽງກັບໄວຣັສໄຂ້ຫວັດໃຫຍ່ສາຍພັນອື່ນໆ ທີ່ເຄີຍລະບາດມາແລ້ວ.
ໃນລະຫວ່າງທີ່ເຮົາສາມາດປ້ອງກັນການຕິດເຊື້ອໄວຮັສໄຂ້ຫວັດໃຫຍ່ A/H1N1pdm09 ທີ່ເຮັດໃຫ້ເກີດໄຂ້ຫວັດໝູ ໂດຍການສີດວັກຊີນປ້ອງກັນໄຂ້ຫວັດໃຫຍ່ປະຈຳປີ. ນັກວິທະຍາສາດລະບຸວ່າໄວຮັສໄຂ້ຫວັດໃຫຍ່ສາຍພັນໃໝ່ຫຼ້າສຸດ ທີ່ພົບໃນຈີນມີຄວາມຄ້າຍຄືກັບໄຂ້ຫວັດໝູ 2009 ແຕ່ບາງຢ່າງມີການປ່ຽນແປງເພີ່ມຂຶ້ນ. ເຈມສ ວູດ ຫົວໜ້າພາກວິຊາສັດຕະວະແພດ, ມະຫາວິທະຍາໄລແຄມບຣິດຈ໌ ໄດ້ເວົ້າເຖິງງານວິໄຈກ່ຽວກັບໄວຣັສໄຂ້ຫວັດໃຫຍ່ສາຍພັນໃໝ່ນີ້ວ່າມັນມີປະໂຫຍດຫຼາຍເພາະຊ່ວຍເຕືອນວ່າມະນຸດຊາດຢູ່ໃນທ່າມກາງຄວາມສ່ຽງຈາກເຊື້ອໂຣກອຸບັດໃໝ່ທີ່ມີພາຫະນະນຳເຊື້ອເປັນສັດລ້ຽງໃນຟາມສັດ ເຊິ່ງມີຄວາມໃກ້ຊິດກັບຄົນຫຼາຍກ່ວາສັດປ່າ.
ແຫຼ່ງຂໍ້ມູນ: https://l.facebook.com/l.php?u=https%3A%2F%2Fwww.khaosod.co.th%2Fbbc-thai%2Fnews_4410998%3Ffbclid%3DIwAR35TW3JBTnXI017ExI4B-TOOi4j_gYk5gzmmv9mAlTlK0UXlc10i_zIyGo&h=AT2LASiLvpA5K7-ziGMtQMvNrIbV5bvQSNxWBdr7D0g7wQti2vydmqrqVZq4IARASOCCfSUk57os9Q18BN1rozE8yDLi1o01hYpr9ia3Rsk03U2kaEZTGKOMRkDwz1ooF0PM4zLCBwxs1ORx1MySEfq0k8U3zLLUDu0C2FxyU8j19oldSURYhqDeToU6x8H-xlsRbcGEMcgy3A8uP9H30b1GGRFZUHDuJWx_F8Q0fQ7Q8xn9808FPcIr5Yixy5RRxOM-zfx1NChogJVZOwKLAYq7QpH7eHCa503nTlwlGLSScj-KHTXhHGiiuqg0iW4S3Dm1UNcGuhPDA6UMMqaF4fq0UXPU4hYgkaec4LO88EOlXvGjHsvmHd3AyvRPRgdORHybyBYE-sy7XMvzM_MQybxsgV2_Te_Ytwl4gqTl2H-88y1RUBgFgKo7tmomGOJzM7CLG5KrffcFaute_CW2GtZkSxFtD5Y7Prb_vVjaUEhX34f-llJNtqRv8MWv6878BaLjFwXeK_LZISQEK6b5P-0SA5ePzbY5BnAMADiSAdAo6F5_QK-Ltjh_XjywPOiDrGcWd3fzq5Z-h8hsPfWMGmoHeOl5y02isYVEGIx0AWlWlM-pXJDTK2UpYb8