ເຈາະເລິກ “Kylie Jenner” ຖືກຖອນຊື່ອອກຈາກການເປັນມະຫາເສດຖີລະດັບໂລກ…

 ວາລະສານ Forbes ໄດ້ປະກາດໃຫ້ Kylie Jenner  ລູກຄົນສຸດທ້າຍຂອງຕະກຸນ  Kardashian-Jenners ນັກທຸລະກິດຍິງທີ່ອາຍຸນ້ອຍທີ່ສຸດ ກາຍເປັນມະຫາເສດຖີລະດັບໂລກ  ໃນເດືອນມັງກອນ 2019 ທີ່ຜ່ານມາ.   Kylie Jenner ກຳລັງເປັນກະແສໃນວົງການເສດຖະກິດລະດັບໂລກ  ເນື່ອງຈາກການເຕີບໂຕທາງດ້ານທຸລະກິດເຄື່ອງສຳອາງຂອງ Kylie Jenner ທີ່ມີຜົນກຳໄລສູງ ຈາກການຂາຍເຄື່ອງສໍາອາງໃຫ້ກັບ ບໍລິສັດຍັກໃຫຍ່ຢ່າງ Coty ເຊິ່ງມີມູນຄ່າປະມານ 1.2 ພັນລ້ານໂດລາສະຫະລັດ ໃນເດືອນມັງກອນ 2020 ທີ່ຜ່ານມາ.

Kylie Jenner, Social Media Influencers Can Help Inform of ...

Kylie Jenner ມີຜະລິດຕະພັນໃໝ່ ຫຼາຍຜະລິດຕະພັນ ແລະ ມີຊື່ສຽງເພີ່ມຂື້ນທາງດ້ານອຸດສະຫະກຳເຄື່ອງສຳອາງ, ຜູ້ບໍລິໂພກດ້ານຄວາມງາມໄດ້ໃຫ້ຄວາມນິຍົມທຸລະກິດຂອງ Kylie Jenner ເພາະເປັນແບຣນເຄື່ອງສໍາອາງທີ່ສະໜອງຄວາມຕ້ອງການຂອງຄົນສະໄໝໃໝ່. Kylie Jenner ໄດ້ເລີ່ມບອກໃຫ້ຮູ້ວ່າ ຕົນເອງມີລາຍໄດ້ມູນຄ່າຫຼາຍກວ່າ 400 ລ້ານໂດລາສະຫະລັດ ໃນ 18 ເດືອນທຳອິດຂອງທຸລະກິດເຄື່ອງສຳອາງ. ໃນລະຫວ່າງການປະຊຸມຢູ່ທີ່ Hidden Hills California ວາລະສານ Forbes ໄດ້ສະແດງໃຫ້ເຫັນເຖິງການເສຍພາສີຂອງ Kylie Jenner ທີ່ມີມູນຄ່າປະມານ 307 ລ້ານໂດລາສະຫະລັດ ໃນປີ 2016. ເຊິ່ງລາຍໄດ້ສ່ວນບຸກຄົນແມ່ນຫຼາຍກວ່າ 110 ລ້ານໂດລາສະຫະລັດ, ສະແດງໃຫ້ເຫັນວ່າ ເອກະສານດັ່ງກ່າວແມ່ນລາຍງານເກີນຄວາມເປັນຈິງ ເພາະເລື່ອງທີ່ເວົ້າວ່າຍີ່ຫໍ້ Kylie ເຄື່ອງສຳອາງທາງການຄ້າໄດ້ເພີ່ມຂຶ້ນຈາກ 300 ລ້ານໂດລາສະຫະລັດໃນການຂາຍໃນໜຶ່ງປີ. 
At 21, Kylie Jenner Becomes The Youngest Self-Made Billionaire Ever

ສຳນັກຂ່າວຕ່າງປະເທດຍັງໄດ້ລາຍງານຕື່ມວ່າ ທຸລະກິດຂອງ Kylie Jenner ມີຂະໜາດນ້ອຍ ແລະ ມີຜົນກໍາໄລໜ້ອຍກວ່າທີ່ຈະເປັນຜູ້ນໍາທາງດ້ານອຸດສາຫະກໍາເຄື່ອງສໍາອາງ. ສະນັ້ນ,ຈຶ່ງພົບວ່າ Kylie Jenner ໃຫ້ຂໍ້ມູນທີ່ເກີນຄວາມເປັນຈິງ ເພາະເຫັນໄດ້ເຖິງມູນຄ່າທີ່ຜິດປົກກະຕິຂອງ Kylie Jenner. ຈາກເຫດການດັ່ງກ່າວ, Kylie Jenner ຍິນດີທີ່ຈະແກ້ໄຂ ລວມທັງໄດ້ເຊີນວາລະສານ Forbes ເຂົ້າໄປໃນສຳນັກງານຂອງ CPA ເພື່ອສ້າງໃບເກັບອາກອນ. ຫຼັງຈາກນັ້ນ, ຈຶ່ງໄດ້ລົບຊື່ Kylie Jenner ອອກຈາກການເປັນມະຫາເສດຖີ.

Kylie Jenner: From Lip Kits To A $900 Million Fortune In Just 3 ...

ແຫຼ່ງຂໍ້ມູນ: https://www.forbes.com/sites/chasewithorn/2020/05/29/inside-kylie-jennerss-web-of-lies-and-why-shes-no-longer-a-billionaire/#5958185325f7

 

Comments