ໃນວັນທີ 23 ພຶດສະພາ 2020 ທີ່ຜ່ານມາ ເວັບໄຊ Forbes ໄດ້ລາຍງານ ແລະ ຈັດອັນດັບ ບຸກຄົນທີ່ຮັ່ງມີທີ່ສຸດຂອງໂລກ 10 ອັນດັບທໍາອິດ ໃນໄລຍະ 2 ເດືອນຜ່ານມາ ທີ່ທົ່ວໂລກພົບກັບວິກິດໂຄວິດ-19 ທີ່ກະທົບ ແລະ ຕະຫຼາດຫຸ້ນຂອງສະຫະລັດອາເມລິກາຕົກຕໍ່າໃນໄລຍະກາງວັນທີ 23 ມິີນາ ທີ່ຜ່ານມາ.
Mark Zuckerberg CEO ຂອງ Facebook ເປັນຄົນທີ່ສ້າງລາຍໄດ້ຫຼາຍທີ່ສຸດໃນກຸ່ມ ຫຸ້ນ Facebook ສູງຂຶ້ນເກືອບ 60% ໃນໄລຍະ 2 ເດືອນຜ່ານມາ ເຮັດໃຫ້ມີສະຖິຕິສູງສຸດໃນວັນສຸກ ວັນທີ 22 ພືດສະພາ ທີ່ຜ່ານມາ ນັກລົງທຶນຕອບຮັບຢ່າງລົ້ນເຫຼືອຕໍ່ການເປີດຕົວຮ້ານຄ້າໃນວັນພຸດ ເຊິ່ງເປັນຄວາມພະຍາຍາມຂອງ Facebook ໃນການຈັດໜ້າຮ້ານດິຈິຕ໋ອລໃຫ້ສຳລັບເຈົ້າຂອງທຸລະກິດຂະໜາດນ້ອຍ ເຮັດໃຫ້ຊັບສິນຂອງ Mark Zuckerberg ມີມູນຄ່າເພີ່ມ 86.5 ພັນລ້ານໂດລາສະຫະລັດ ເຮັດໃຫ້ໄດ້ກາຍເປັນບຸກຄົນທີ່ຮັ່ງມີທີ່ສຸດຂຶ້ນເປັນອັບດັບ 4 ຂອງໂລກ ຈາກອັນດັບທີ 7 ຈາກການຈັດອັນດັບຂອງ Forbes ໃນປີ 2020 ແລະ ຕອນນີ້ ນັກທຸລະກິດໜຸ່ມອາຍຸ 36 ປີ ເປັນບຸກຄົນທີຮັ່ງມີກວ່າ Warren Buffett ຜູ້ກໍ່ຕັ້ງ Amiteio Ortega, ຜູ້ກໍ່ຕັ້ງ Inditex ແລະ Larry Ellison ແລະ ຜູ້ຮ່ວມກໍ່ຕັ້ງ OracleT ຜູ້ທີ່ມີລາຍໄດ້ເປັນອັນດັບ 2 ຮອງຈາກ Dollar ຜູ້ກໍ່ຕັ້ງ ແລະ ປະທານເຈົ້າໜ້າທີ່ບໍລິຫານຂອງ Jeffrey Preston Bezos ເປັນຄົນທີ່ລວຍທີ່ສຸດໃນໂລກ.