ນັກຄົ້ນຄວ້າຈາກລາວ, ອັງກິດ, ໄທ, ຫວຽດນາມ, ກຳປູເຈຍ ແລະ ອີຕາລີ ໄດ້ເຂົ້າຮ່ວມທົດລອງໃຊ້ຢາຕ້ານໂຄວິດ-19.
ຈະມີການໃຊ້ຢາຕ້ານມາລາເຣຍສອງຊະນິດ ຄຶື ຢາ ໂຄຼໂຣຄວີນ ແລະ ໄຮດຣອກຊິໂຄຼໂຣຄວີນ ແລະ ຢາຫຼອກ (placebo) ກັບ ແພດໝໍຈາກເອີຣົບ, ອາຝຣິກາ, ອາຊີ ແລະ ອາເມລິກາໃຕ້ຈຳນວນ 40.000 ກວ່າຄົນ ທີ່ສຳພັດກັບຄົນຕິດເຊື້ອໂຄວິດ-19.
ຜູ້ເຂົ້າຮ່ວມການທົດລອງຈາກອັງກິດຈະໄດ້ກິນຢາ ໄຮດຣອກຊິໂຄຼໂຣຄວີນ ແລະ ຢາຫຼອກເປັນເວລາສາມເດືອນ ຂະນະທີ່ຜູ້ເຂົ້າຮ່ວມຈາກອາຊີຈະໄດ້ຮັບຢາ ໂຄຼໂຣຄວີນ ແລະ ຢາຫຼອກ ເພື່ອພິສູດວ່າຢາທັງສອງປະເພດສາມາດປ້ອງກັນແພດໝໍທີ່ສຳພັດກັບເຊື້ອໂຄວິດບໍ່ໃຫ້ຕິດເຊື້ອ. ຄາດວ່າຈະຮູ້ຜົນການທົດລອງໃນທ້າຍປີນີ້.
ໂຄຼໂຣຄວີນ ແລະ ໄຮດຣອກຊິໂຄຼໂຣຄວີນ ເປັນຢາທີ່ສາມາດຫຼຸດໄຂ້ ແລະ ການອັກເສບ ແລະ ຖືກນຳໃຊ້ເປັນຢາຕ້ານ ແລະ ປິ່ນປົວພະຍາດມາລາເຣຍ.
ແຫຼ່ງຂ່າວ: ບີບີຊີ / ຂ່າວສານປະເທດລາວ