“ນັກທຸລະກິດ ຕ້ອງມີສ່ວນຮ່ວມໃນການເບິ່ງແຍງສັງຄົມ ບໍ່ແມ່ນຍາມໃດກໍຈະໃຫ້ແຕ່ ພັກ-ລັດຮັບຜິດຊອບສັງຄົມຢູ່ຝ່າຍດຽວ ເພາະຫາກສັງຄົມດີ ສັງຄົມສີວິໄລ ແລະ ສະຫງົບສຸກ ກໍຈະເປັນຜົນດີຕໍ່ຫົວໜ່ວຍທຸລະກິດເຊັ່ນດຽວກັນ ເພາະຈະເຮັດໃຫ້ສາມາດດໍາເນີນທຸລະກິດຢູ່ໄດ້ ແລະ ປະສົບຜົນສຳເລັດ”
ນີ້ເປັນຄຳເວົ້າຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ໄດ້ກ່າວໄວ້ໃນກອງປະຊຸມພົບປະນັກທຸລະກິດທ້າຍປີ 2016 ທີ່ໂຮງແຮມດອນຈັນພາເລດ ແລະ ໄດ້ກາຍເປັນແຮງບັນດານໃຈໃຫ້ນັກທຸລະກິດທ່ານໜຶ່ງທີ່ມີຊື່ວ່າ ທ່ານ ສີສະຫວັນ ມ່າຢົງເຊິນ ອາຍຸ 31 ປີ ຢາກສ້າງທຸະກິດໃດໜຶ່ງທີ່ສາມາດປະກອບສ່ວນຊ່ວຍໃຫ້ສັງຄົມລາວເຮົາດີຂຶ້ນ.
ຫຼັງຈາກກອງປະຊຸມມື້ນັ້ນ ທ່ານ ສີສະຫວັນ ໄດ້ນຳຄຳເວົ້າດັ່ງກ່າວໄປທົບທວນຊ້ຳໄປຊ້ຳມາວ່າ ທຸລະກິດໃດທີ່ຈະຊ່ວຍສັງຄົມໄດ້ປະກອບກັບໃນຂະນະນັ້ນ ເພິ່ນໄດ້ຍິນຜູ້ປະກອບການຫຼາຍຄົນຈົ່ມວ່າຜະລິດສິນຄ້າມາແລ້ວຂາຍບໍ່ໄດ້ ຍ້ອນຕະຫຼາດພາຍໃນຍັງບໍ່ກວ້າງ ການກະຈາຍສິນຄ້າກໍບໍ່ທົ່ວເຖິງເຊິ່ງແນ່ນອນວ່າຂໍ້ຫຍຸ້ງຍາກເຫຼົ່ານີ້ ສ່ວນໜຶ່ງແມ່ນເນື່ອງມາຈາກບັນຫາຂອງລະບົບໃຫ້ບໍລິການຂົນສົ່ງທີ່ຍັງລາຄາສູງ ແລະ ບໍ່ໄດ້ມາດຕະຖານຈາກບັນຫາຕ່າງໆທີ່ກ່າວມານັ້ນເຮັດໃຫ້ ທ່ານ ສີສະຫວັນ ພິຈາລະນາເຖິງທ່າແຮງທີ່ມີຢູ່ ເຊິ່ງຕົວເພິ່ນເອງກໍເປັນທາຍາດລຸ້ນທີສອງຂອງ ບໍລິສັດ ຮຸ່ງອາລຸນ ຂາອອກ-ຂາເຂົ້າ…(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)
HAL Logistics
“Businesspeople must take care of society. Never let society takes responsible on its own. If society is good, business units will then be able to survive and succeed.” This is a speech from Prime Minister Thongloun Sisoulith made at the Business Forum held in 2016 at Don Chan Palace Hotel and has then become an inspiration for one businessman named Mr. Sisavanh Mayongsen aged 34 years old to want to establish a business contributing to social improvement.
After the forum, Mr. Sisavanh took the speech into account when thinking about which business that would help society. At that moment, he would always hear people complained about not be able to distribute their products widely. This was a problem back then because the logistic system was expensive and lacked standard. Such problem together with potentials that Mr. Sisavanh had as a business inheritor of Hongaloun Import-Export Company….(More interview details can be found in Target Magazine issue 165 May 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)