ຕາມຂ່າວຈາກນະຄອນຫລວງ ຈາກາຕາ, ວັນທີ 7 ເມສານີ້, ອິນໂດເນເຊຍ ເປີດເຜີຍ ຍອດຜູ້ເສຍຊີວິດ ຈາກ ເຊື້ອພະຍາດ ໂຄວິດ-19 ພາຍໃນປະເທດ ເພີ່ມຂຶ້ນ ຢ່າງໜ້ອຍ 209 ຄົນ ໃນນີ້ ມີພະນັກງານແພດ 24 ຄົນ ເພີ່ມຂຶ້ນເປັນ 2 ເທົ່າ ເມື່ອທຽບໃສ່ ຕົວເລກ ສະຖິຕິ ໃນອາທິດຜ່ານມາ ເນື່ອງຈາກ ການຂາດແຄນ ດ້ານອຸປະກອນ ການແພດ ສຳລັບ ເຈົ້າໜ້າທີ່ ສາທາລະນະສຸກ ໂດຍສະເພາະ ຊຸດປ້ອງກັນ ທາງການແພດ. ຂະນະດຽວກັນ ສະຖານະການ ທີ່ເກີດຂຶ້ນ ຍັງບົ່ງບອກ ເຖິງຄວາມສ່ຽງ ໃນລະດັບສູງ ຂອງ ການຕິດເຊື້ອ ພະຍາດໂຄວິດ-19 ໃນກຸ່ມບຸກຄະລາກອນການແພດ ອາດຈະເກີດຂຶ້ນໄດ້ ໃນທຸກເວລາ.
ທີ່ມາ: ຂ່າວສານປະເທດລາວ