ດັ່ງທີ່ເຮົາຮູ້ນຳກັນແລ້ວວ່າ ເຊື້ອໄວຣັດ ພະຍາດໂຄວິດ-19 ເປັນພະຍາດທີ່ໄດ້ແພ່ລະບາດຢ່າງໄວວາ ເລີ່ມຕັ້ງແຕ່ທ້າຍເດືອນທັນວາ 2019 ເປັນຕົ້ນມາ ແລະ ໄດ້ແຜ່ລາມເປັນວົງກວ້າງໄປທົ່ວປະເທດຈີນ ແລະ ມີການລະບາດຢູ່ຫຼາຍປະເທດທົ່ວໂລກ ເຊິ່ງປະເທດລາວເຮົາກໍເປັນປະເທດໜຶ່ງທີ່ມີຄວາມສ່ຽງໃນການລະບາດທີ່ສຸດ ເຖິງວ່າຈະບໍ່ມີລາຍງານການຕິດເຊື້ອພາຍໃນປະເທດກໍ່ຕາມໃນປັດຈຸບັນ. ແຕ່ລັດຖະບານກໍໄດ້ເອົາໃຈໃສ່ ຕ້ານ ແລະສະກັດກັ້ນ ເຊື້ອພະຍາດນີ້ຢ່າງເຕັມທີ. ສຳລັບ ປະຊາຊົນລາວເຮົາເອງກໍຄວນມີການປ້ອງກັນຕົນເອງໃຫ້ດີທີສຸດ ແລະ ຄວນຮູ້ຂໍ້ມູນກ່ຽວກັບພະຍາດນີ້ ເພື່ອທີ່ຈະຫຼີກລ່ຽງ ແລະ ຮັບມືປ້ອງກັນຕົນເອງໃຫ້ທັນການຈາກເຊື້ອໄວຣັດນີ້.
ເຊື້ອຈຸລະໂລກສາຍພັນໃຫມ່ແມ່ນຫຍັງ?
ແມ່ນເຊື້ອພະຍາດທີ່ມີທົ່ວໄປໃນທຳມະຊາດ. ອົງການອະນາໄມໂລກ ຫຼື WHO ຕັ້ງຊື່ເຊື້ອຈຸລະໂລກສາຍພັນໃຫມ່ນີ້ວ່າ COVID-19
ຜູ້ເປັນພະຍາດນີ້ມີອາການແນວໃດ?
ອາການທຳມະດາ: ໄຂ້ຮ້ອນ, ບໍ່ມີແຮງ, ໄອ ແລະ ຫາຍໃຈຍາກ
ອາການໜັກ: ຫາຍໃຈຝືດຢ່າງກະທັນຫັນ, ມີອາການຊັອກ ຍ້ອນຕິດເຊື້ອຈຸລະໂລກໃນຮ່າງກາຍ (Sepsis) ເປັນພິດຕໍ່ທາດກົດໃນຮ່າງກາຍຍ້ອນການຂັບຖ່າຍບໍ່ເປັນປົກກະຕິ ແລະ ເລືອດນານແຫ້ງຍ້ອນຂາດເມັດເລືອດຂາວ.
ພະຍາດນີ້ປິ່ວປົວຫາຍໄດ້ບໍ່?
ຜູ້ຕິດເຊື້ອສ່ວນຫຼາຍຈະມີອາການເບົາ ຫຼື ລະດັບກາງເທົ່ານັ້ນ ແລະ ສາມາດປິ່ວປົວໃຫ້ຫາຍໄດ້, ມີຄົນສ່ວນໜ້ອຍທີ່ສຸດຈະເປັນອາການໜັກ ຈົນເຖິງຂັ້ນເສຍຊີວິດ ຜູ້ທີ່ຕິດເຊື້ອໂອກາດລອດຈະສູງ ຖ້າເປັນຄົນບໍ່ມີພະຍາດອື່ນມາແຊກຊ້ອນ, ໂອກາດເສຍຊີວິດແມ່ນຄົນທີ່ມີພະຍາດແຊກຊ້ອນ, ສຸຂະພາບບໍ່ແຂງແຮງ.
ວິທີ ປ້ອງກັນພະຍາດໂຄວິດ-19
- ໃສ່ຜ້າປິດປາກ
- ໝັ້ນລ້າງມືເລື້ອຍໆ
- ບໍ່ຄວນໄປບ່ອນທີ່ມີຄົນຫຼາຍ
- ຄວນເຮັດໃຫ້ພາຍໃນຫ້ອງມີອາກາດຖ່າຍເທເລື້ອຍໆ
- ຄວນຮັກສາການກິນດື່ມ ແລະ ພັກຜ່ອນຕາມຫຼັກສຸຂະອະນາໄມ
- ອອກກຳລັງກາຍ ເພື່ອຍົກສູງພູມຕ້ານທານໃນຮ່າງກາຍຂອງຕົນເອງ
ອັດຕາການເສຍຊີວິດແຕກຕ່າງກັນໄປຕາມ ອາຍຸ, ສຸຂະພາບ ແລະ ເພດ
ຂອບໃຈຂໍ້ມູນຈາກ ວິທະຍຸສາກົນແຫ່ງປະເທດຈີນ CRI-93
ແລະ ເວັບໄຊ https://www.moneyguru.co.th/lifestyle/articles/